ອີງຕາມຂໍ້ມູນຈາກການລາຍງານຂອງ ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໃນໂອກາດລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024 ໃຫ້ກ່ຽວກັບການກວດກາລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ວ່າ: ຜ່ານມາ ໄດ້ກວດກາລາຍຮັບ-ລາຍຈ່າຍແຕ່ ປີ 2020-2022, ລາຍຮັບທັງໝົດ 661.73 ຕື້ກີບ, ລາຍຈ່າຍທັງໝົດ ຈໍານວນ 691.73 ຕື້ກີບ ຈ່າຍເກີນລາຍຮັບຕົວຈິງ 29.96 ຕື້ກີບ ( ຂາດທຶນ ). ຜ່ານການກວດກາໃນເບື້ອງຕົ້ນເຫັນວ່າ ການດໍາເນີນທຸລະກິດຂອງບໍລິສັດລັດວິສາຫະກິດນໍ້າປະປາ ຂາດທຶນຕໍ່ເນື່ອງຫຼາຍປີ ດ້ວຍບາງສາເຫດ ດັ່ງນີ້:
– ໂຄງປະກອບການຈັດຕັ້ງ ມີລັກສະນະໃຫຍ່ໂຕ, ມີພະນັກງານທັງໝົດ 688 ຄົນ, ໃນນີ້ພະນັກງານສັນຍາຈ້າງ 105 ຄົນ ເຫັນວ່າມີລັກສະນະເຫຼືອບໍ່ພໍ.
– ການກຳນົດນະໂຍບາຍພາຍໃນແມ່ນບໍ່ສອດຄ່ອງກັບນະໂຍບາຍລວມ ເຮັດໃຫ້ສິ້ນເປືອງລາຍຈ່າຍເປັນຈຳນວນຫຼາຍ ເຊັ່ນ: ນະໂຍບາຍນໍ້າມັນທຽວການ ຜູ້ອຳນວຍການ 200 ລິດ/ເດືອນ, ຕັດເຄື່ອງ, ປິ່ນປົວ ແລະ ອື່ນໆ.
– ການກໍ່ສ້າງ, ສ້ອມແປງ ເຮັດເປັນພຽງຮູບການ, ບໍ່ໄດ້ປະມູນທາບທາມລາຄາ ແລະ ມີມູນຄ່າສູງ.
– ການຄຸ້ມຄອງ ລາຍຮັບ-ລາຍຈ່າຍ ຍັງບໍ່ທັນປະຕິບັດເຂັ້ມງວດດ້ານວິໄນແຜນການ-ການເງິນ, ມີລັກສະນະຟຸມເຟືອຍໃນດ້ານນະໂຍບາຍ.
– ລາຄາຫົວໜ່ວຍນ້ຳປະປາທີ່ປະຕິບັດໃນປັດຈຸບັນ ເຫັນວ່າ ຂ້ອນຂ້າງຕ່ຳຕ້ອງໄດ້ປັບຂຶ້ນ ໃຫ້ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ.
– ກວດກາການກໍ່ສ້າງຕົວຈິງຢູ່ພາກສະໜາມຍັງມີຫຼາຍໜ້າວຽກບໍ່ປະຕິບັດຕາມແບບ, ການຕິດຕັ້ງບໍ່ຮັບປະກັນຕາມມາດຖານເຕັກນິກ ແລະ ຍັງບໍ່ຖືກຕາມໃບປະເມີນລາຄາ.
– ການຄຸ້ມຄອງນໍາໃຊ້ເງິນກູ້ຢືມບ້ວງ 100 ລ້ານໂດລາສະຫະລັດ ແມ່ນບໍ່ສອດຄ່ອງ ການນໍາໃຊ້ເງິນຕົວຈິງແມ່ນບໍລິສັດຜູ້ໃຫ້ກູ້ຢືມ ແລະ ເຈົ້າຂອງໂຄງການ ( ບໍລິສັດ ລັດວິສາ ຫະກິດ ນໍ້າປະປາ ) ເປັນຜູ້ຄຸ້ມຄອງນໍາໃຊ້.
ນອກຈາກນີ້, ການນໍາໃຊ້ເງິນກູ້ຢືມບ້ວງ 100 ລ້ານໂດລາສະຫະລັດ ບໍ່ໄດ້ລວມສູນຢູ່ກະຊວງການເງິນ, ບໍລິສັດຜູ້ໃຫ້ກູ້ຢືມ ແລະ ເຈົ້າຂອງໂຄງການ ( ບໍລິສັດລັດວິສາຫະກິດນໍ້າປະປາ ) ເປັນຜູ້ຄຸ້ມຄອງນໍາໃຊ້ເອງ, ເຊິ່ງຖ້າອີງຕາມກົດໝາຍ ວ່າດ້ວຍງົບປະມານ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015; ນອກນັ້ນ ເຫັນວ່າການປ່ຽນແປງອັດຕາດອກເບ້ຍ ຈາກ 2% ທີ່ລັດຖະບານຮັບຮອງແລ້ວ ມາເປັນ 2,5% ຍັງຂາດຄວາມໂປ່ງໄສອັນຈໍາເປັນ.
ທ່ານ ຄໍາພັນ ພົມມະທັດ ຍັງໄດ້ສະເໜີບາດມາດຕະການເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນີ້:
– ສະເໜີ ໃຫ້ປັບປຸງກົງຈັກການຈັດຕັ້ງບໍລິສັດຄືນໃໝ່, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ເຂັ້ມງວດເດັດຂາດດ້ານວິໄນການເງິນ, ບົນພື້ນຖານປະຢັດມັດທະຍັດ.
– ຕໍ່ກັບເງິນກູ້ຢືມບ້ວງ 100 ລ້ານໂດລາ ສະເໜີ ໃຫ້ກະຊວງການເງິນ ພິຈາລະນາຄືນກ່ຽວກັບເຫດຜົນການປ່ຽນແປງອັດຕາດອກເບ້ຍຈາກ 2%/ປີ ມາເປັນ 2,5%/ປີ ເພື່ອຄວາມໂປ່ງໃສ, ຫຼຸດຜ່ອນພາລະດອກເບ້ຍ.
– ສະເໜີເກັບກູ້ເງິນຄືນທີ່ໃຊ້ຈ່າຍບໍ່ຖືກລະບຽບການ ຈໍານວນ 1.19 ຕື້ກີບ ເຂົ້າງົບປະມານລັດ.
– ສະເໜີ ກວດກາຄວາມຮັບຜິດຊອບຕໍ່ພະນັກງານທີ່ກ່ຽວຂ້ອງ ທີ່ເປັນສາເຫດເຮັດໃຫ້ເກີດຜົນເສຍຫາຍ.



