ສະແດງກາຍຍະສິນ ສະຫລອງວັນສ້າງຕັ້ງພັກ ຄົບຮອບ70 ປີ

ກອງກາຍຍະສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ຈັດການສະແດງກາຍຍະສິນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ໃນຄໍ່າຄືນຂອງວັນທີ 28-29 ມີນາ 2025 ເລີ່ມແຕ່ເວລາ 19:00 ໂມງ ຢູ່ໂຮງກາຍຍະສິນແຫ່ງຊາດ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ, ພ້ອມດ້ວຍມວນຊົນເຂົ້າຮ່ວມ.
ທ່ານ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ຜູ້ອໍານວຍການກອງກາຍຍະສິນແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ການຈັດການສະແດງຄັ້ງນີ້, ເປັນການສ້າງບັນຍາກາດ ສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນ, ທັງເປັນການສ້າງກິດຈະກໍາ ການສະແດງຮັບໃຊ້ມວນ ຊົນ, ສ້າງເງື່ອນໄຂໃຫ້ແກ່ ພະນັກງານ-ນັກສະແດງກອງກາຍຍະສິນແຫ່ງຊາດ ໄດ້ມີສ່ວນຮ່ວມໃນວັນທີ່ມີຄວາມໝາຍສໍາຄັນ ຂອງພັກ-ຂອງຊາດ ໂດຍພາຍໃຕ້ການຊີ້ນໍາ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ການສະແດງຄັ້ງນີ້, ໄດ້ສ້າງສີສັນ, ຄວາມລະທຶກໃຈ, ສີສັນການປະຍຸກ ແລະ ປະ ສົມປະສານບົດສະແດງໃນແຕ່ລະລາຍການ, ທັງໄດ້ນໍາເອົາບົດເພງທີ່ຫາກໍ່ສະແດງຮັບໃຊ້ໃນພິທີສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ບາງບົດເພງ ມາປະຍຸກ ແລະ ປະກອບໃສ່ບົດສະແດງ ເພື່ອສ້າງສີສັນໃນການສະແດງ ໃຫ້ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍ, ສະແດງບົດວິທະກົນ, ຕະລົກ-ຊວນຫົວ ແລະ ການສະແດງອື່ນໆມາສະແດງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມ.
ຂ່າວ: ກິດຕາ
ພາບ: ທະນູທອງ






