ເວລາ 10 ໂມງ 30 ນາທີຂອງວັນທີ 2 ເມສາ ປີ 2025, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳຢູ່ນະຄອນຫຼວງວຽງຈັນ ດ້ວຍໂລກຊະລາ, ລວມອາຍຸໄດ້ 102 ປີ.
ໃນຖານະເປັນໜຶ່ງໃນການນຳທີ່ສໍາຄັນຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດຊີວິດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ປະກອບທາງດ້ານການເມືອງຂອງຕົນເຂົ້າໃນການປະຕິວັດປະຊາທິປະໄຕຂອງຊາດລາວ ກໍຄືພາລະກິດການສ້າງສາ ແລະ ການປ່ຽນແປງໃໝ່ຂອງປະເທດລາວ. ນອກນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງແມ່ນຜູ້ປົກປ້ອງ ແລະ ຊຸກຍູ້ສົ່ງເສີມໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະ ຫວ່າງຈີນ-ລາວຢ່າງໜັກແໜ້ນ ໂດຍໄດ້ສຸມທຸກເຫື່ອແຮງເຂົ້າໃນການລົງເລິກການຮ່ວມມືຈີນ-ລາວຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຊຸກຍູ້ສົ່ງເສີມໄມຕີຕິດມິຕະພາບລະຫວ່າງຈີນ-ລາວ ແລະ ຄູ່ຮ່ວມຊາຕາກຳຈີນ-ລາວ.
ບໍ່ວ່າໃນໄລຍະດຳລົງຕຳແໜ່ງຜູ້ນຳສູງສຸດຂອງລາວ (ປິ1992-2006) ຫຼື ໃນໄລຍະທີ່ໝົດວາລະຕຳແໜ່ງແລ້ວ, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ພົບປະກັບການນຳຂອງຈີນຫຼາຍຄັ້ງ ເຊິ່ງໄດ້ເພີ່ມຄວາມໄວ້ເນື້ອເຊື້ອໃຈກັນທາງດ້ານການເມືອງລະຫວ່າງສອງປະເທດ.
ປີ 2000, ລາວ ແລະ ຈີນໄດ້ຮ່ວມກັນອອກຖະແຫຼງການຮ່ວມ ໂດຍໄດ້ກຳນົດທິດທາງ “ໝັ້ນຄົງຍາວນານ, ຮັກແພງກັນຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງຮອບດ້ານ” ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການນຳພາການພັດທະນາສາຍພົວພັນຈີນ-ລາວ ແລະ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຈີນ-ລາວ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.
ປີ 2001, ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 40 ປີ, ສະຫາຍ ຄຳໄຕ ສີພັນດອນ ປະທານປະເທດລາວ ໃນເວລານັ້ນ ໄດ້ສົ່ງສານເຖິງຜູ້ນຳຈີນ ໂດຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງຈີນ-ລາວ ແລະ ກ່າວວ່າ: ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວກັບຈີນ ເປັນນິມິດໝາຍອັນສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ, ພ້ອມທັງໄດ້ສະແດງຄວາມຕັດສິນໃຈໃນການພັດທະນາການພົວພັນທີ່ໝັ້ນຄົງຍາວນານ ແລະ ການຮ່ວມມືຢ່າງຮອບດ້ານກັບຈີນໃນສະຕະວັດທີ 21. ນອກນີ້, ສະຫາຍ ຄຳໄຕ ສີພັນດອນ ເຄີຍກ່າວຫຼາຍເທື່ອວ່າ: ການຊ່ວຍເຫຼືອຈາກຈີນເປັນພະລັງອັນສຳຄັນໃນການຊ່ວຍປະເທດລາວບັນລຸເປົ້າໝາຍການພັດທະນາ, ພ້ອມທັງຮຽກຮ້ອງໃຫ້ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ເປັນເອກະພາບກັນຂອງການນຳສອງປະເທດ, ຊຸກຍູ້ໂຄງການຮ່ວມມືສອງປະເທດໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງສອງປະເທດ.
ໃນຂະນະດຽວກັນ, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງໄດ້ອອກແຮງຊຸກຍູ້ໂຄງການຮ່ວມມືລະຫວ່າງຈີນ-ລາວທີ່ສຳຄັນຕ່າງໆ ເຊັ່ນ: ທາງລົດໄຟລາວ-ຈີນ ເປັນຕົ້ນ.
ປີ 2001, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ເຊື້ອເຊີນຄະນະຜູ້ແທນຈີນໄປຢ້ຽມຢາມລາວ ເພື່ອເລີ່ມການເຈລະຈາກ່ຽວກັບການຮ່ວມມືສ້າງເສັ້ນທາງລົດໄຟລາວ-ຈີນ; ໃນໄລຍະເດີນທາງມາຢ້ຽມຢາມຈີນ ໃນປີ 2003, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ສະເໜີກ່ຽວກັບການຮ່ວມມືກັນສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງຖືເປັນການຊຸກຍູ້ການເລີ່ມຕົ້ນລົງມືກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການດັ່ງກ່າວ. ສາມາດເວົ້າໄດ້ວ່າ, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນບຸກຄົນສຳຄັນໃນການຊຸກຍູ້ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.
ພາຍຫຼັງເສັ້ນທາງລົດໄຟລາວ-ຈີນ ເປີດນຳໃຊ້ຢ່າງເປັນທາງການໃນປີ 2021 ໄດ້ຊຸກຍູ້ສົ່ງເສີມການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງສອງປະເທດຢ່າງຫຼວງຫຼາຍ. ໃນປີ 2024, ມູນຄ່າການຄ້າລະຫວ່າງຈີນກັບລາວໄດ້ບັນລຸເຖິງ 8 ຕື້ 180 ລ້ານໂດລາ, ເພີ່ມຂຶ້ນເກືອບ 2 ເທົ່າເມື່ອທຽບກັບປີ 2010. ໃນຖານະເປັນໂຄງການສັນຍາລັກຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນກັບລາວ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນ “ເສັ້ນທາງທອງຄຳ” ໃນການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນ.
ນອກນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງໄດ້ໃຫ້ຄວາມສຳຄັນແກ່ການແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນຂອງສອງປະເທດຈີນ ແລະ ລາວ. ໃນການພົບປະກັບການນຳຈີນໃນປີ 2006, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ສະເໜີເພີ່ມທະວີການຮ່ວມມືດ້ານການສຶກສາຂອງຊາວໜຸ່ມ-ເຍົາວະຊົນ ເປັນພິເສດ, ພ້ອມທັງສົ່ງເສີມອາສາສະໝັກຈີນໄປປະຕິບັດໜ້າທີ່ຢູ່ລາວ. ພາຍໃຕ້ການສະໜັບສະໜູນຂອງທ່ານ, ການຮ່ວມມືດ້ານການສຶກສາລະຫວ່າງຈີນກັບລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ນັກສຶກສາລາວທີ່ມາຮຽນຢູ່ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ນັບແຕ່ປີ 2004 ເປັນຕົ້ນມາ, ຈີນໄດ້ສົ່ງອາສາສະໝັກທີ່ເປັນຄູອາຈານສອນພາສາຈີນຫຼາຍກວ່າ 850 ຄົນໄປລາວ ເພື່ອສະໜັບສະໜູນການສຶກສາພາສາຈີນຂອງລາວ; ນັບແຕ່ປີ 2002 ເປັນຕົ້ນມາ, ຄະນະຊາວໜຸ່ມກອມມູນິດນະຄອນຊຽງໄຮ້ ໄດ້ສົ່ງອາສາສະໝັກຊາວໜຸ່ມ 12 ຊຸດ ຈຳນວນ 123 ຄົນໄປປະຕິບັດໜ້າທີ່ຢູ່ລາວ. ອາສາສະໝັກຂອງຈີນບໍ່ພຽງແຕ່ໄດ້ຊ່ວຍຍົກສູງລະດັບການສຶກສາ ແລະ ການແພດຂອງລາວເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ໃຫ້ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດເຂົ້າສູ່ລວງເລິກອີກດ້ວຍ.
ຕະຫຼອດຊີວິດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ບໍ່ພຽງແຕ່ໄດ້ປະກອບສ່ວນເພື່ອປະຊາຊົນລາວເທົ່ານັ້ນ, ແຕ່ຍັງໄດ້ສະແຫວງຫາການພົວພັນທີ່ມີໄມຕີຈິດມິດຕະພາບລະຫວ່າງຈີນ-ລາວຢ່າງບໍ່ລົດລະອີກດ້ວຍ. ຈິດໃຈອັນສູງສົ່ງຂອງທ່ານຈະເປັນແຮງບັນດາໃຈໃຫ້ແກ່ພວກເຮົາສືບຕໍ່ຄວາມພະຍາຍາມຮ່ວມກັນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືທີ່ມີໄມຕີຈິດມີດຕະພາບລະຫວ່າງຈີນ-ລາວ. ໃນໄລຍະເວລາທີ່ເສົ້າສະຫຼົດໃຈນີ້, ພວກເຮົາຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປແບບບໍ່ມີມື້ຫວນຄືນຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ເປັນເພື່ອນມິດຂອງປະຊາຊົນຈີນ!






