ສະພາແຫ່ງຊາດ ໄດ້ຈັດງານສະແດງຜົນງານການເຄື່ອນໄຫວ ຄົບຮອບ 50 ປີ ຂອງຕົນທີ່ຫໍສະພາແຫ່ງຊາດລະຫວ່າງວັນທີ 19-21 ພະຈິກ 2025 ມີ ທ່ານ ຄໍາໃບ ດໍາລັດ, ທ່ານ ສົມມາດ ພົນເສນາ ແລະ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະເລຂາທິການສະພາແຫ່ງຊາດ, ກໍາມາທິການຕ່າງໆ ແລະ ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ມີຄຳເຫັນເປີດງານວ່າ: ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີຄັ້ງນີ້, ເປັນງານວາງສະແດງທີ່ມີຄວາມໝາຍຄວາມສໍາຄັນຫຼາຍເພາະໃນໄລຍະນີ້ ສະພາແຫ່ງຊາດກໍາລັງຫວນຄືນມູນເຊື້ອ 50 ປີຂອງສະພາແຫ່ງຊາດ; ໃນນີ້, ໄດ້ຄົ້ນຄວ້າ ແລະ ຮຽບຮຽງປະຫວັດສາດສະພາແຫ່ງຊາດ 50 ປີ ແລະ ປື້ມ 50 ປີສາຍພົວພັນມິດຕະພາບລະຫວ່າງ ສະພາແຫ່ງຊາດແຫ່ງຊາດລາວ ກັບ ສະພາແຫ່ງຊາດຫວຽດນາມ, 50 ຄໍາຖາມ-ຄໍາຕອບກ່ຽວກັບສະພາແຫ່ງຊາດ. ນອກຈາກນີ້, ຍັງໄດ້ຄົ້ນຄວ້າ-ສັງລວມປະມວນເອກະສານທີ່ສໍາຄັນຕ່າງໆຂອງສະພາແຫ່ງຊາດ ຈໍານວນ 10 ປະມວນ ແລະ ຄົ້ນຄວ້າຮູບພາບການເຄື່ອນໄຫວຂອງສະພາແຫ່ງຊາດ. ທັງໝົດນີ້ແມ່ນກິດຈະກຳເພື່ອສ້າງຜົນງານເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025), ວັນສ້າງຕັ້ງພັກ ຄົບຮອບ 70 ປີ (22 ມີນາ1955-22 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ພິເສດ, ແມ່ນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕົ້ນປີ 2026 ໃຫ້ເປັນຂະບວນຟົດຟື້ນ.

ທ່ານນາງ ອໍາໄພວອນ ລ້ອມບຸນແພງ ມີຄຳເຫັນຕື່ມວ່າ: ເພື່ອເສີມຂະຫຍາຍມູນເຊື້ອ 50 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ, ພວກເຮົາເຫັນວ່າມີຄວາມຈໍາເປັນຕ້ອງມີເອກະສານສໍາຄັນຈໍານວນໜຶ່ງເປັນຕົ້ນ: ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ 50 ປີ ແລະ ປື້ມ 50 ປີສາຍພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດລາວ ກັບສະພາແຫ່ງຊາດຫວຽດນາມ; 50 ຄໍາຖາມ-ຄໍາຕອບກ່ຽວກັບສະພາແຫ່ງຊາດ, ປະມວນເອກະສານທີ່ສໍາຄັນຕ່າງໆຂອງສະພາແຫ່ງຊາດຈໍານວນ 10 ປະມວນ ແລະ ຍັງໄດ້ຄົ້ນຄວ້າສັງລວມຮູບພາບການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອເປັນເອກະສານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ພະນັກງານຮຸ່ນຫຼັງ ແລະ ປະຊາຊົນລາວບັນດາເຜົ່າຮັບຮູ້ຢ່າງເລິກເຊິ່ງຕໍ່ສະພາແຫ່ງຊາດ. ນອກນັ້ນ, ຈະເປັນຂໍ້ມູນທີ່ສໍາຄັນໃຫ້ການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນທຸກຂັ້ນ ແລະສະຖາບັນຕ່າງໆນໍາໃຊ້ເຂົ້າໃນການສຶກສາ, ຄົ້ນຄວ້າແລະ ເຜີຍແຜ່ຮ່ຳຮຽນໃນຂົງເຂດນິຕິບັນຍັດໃຫ້ນັບມື້ກວ້າງຂວາງ.

ຂ່າວ-ພາບ: ບຸນຕອມ


