ເມື່ອບໍ່ດົນມານີ້, ສະຖານທູດ ສິງກະໂປ ປະຈຳ ສປປ ລາວ ຈັດ ງານສະແດງສິລະປະດົນຕີ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ຄົບຮອບ 50 ປີ ຢູ່ທີ່ ຫໍວັດທະນະທຳ ແຫ່ງຊາດ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍາ ນາດເຕັມ ແຫ່ງປະເທດສິງກະໂປ ປະຈຳ ສປປ ລາວ, ບັນດາທູ ຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງວັດທະນະທຳ, ຊຸມຊົນ ແລະ ຊາວ ໜຸ່ມສິງກະໂປ.
ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສາຍພົວພັນຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຕະຫລອດ 50 ປີ ຜ່ານມາ ແລະ ມາຮອດປັດຈຸບັນ ພວກເຮົາມີການຮ່ວມມືສອງຝ່າຍໃນຫລາຍຂົງເຂດວຽກງານ ລວມທັງດ້ານພະລັງງານ ແລະ ຄວາມຍືນຍົງ ໂດຍສະ ເພາະວຽກງານພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືໃນຂອບອາຊຽນ.
ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງຈາກວົງດົນ ຕີຢິນຫາໂມນີ ເຊິ່ງເປັນວົງດົນຕີທີ່ໄດ້ຮັບເຊີນສະແດງໃນງານໃຫຍ່ໆທີ່ສິງກະໂປ ແລະ ເດີນທາງໄປສະແດງຢູ່ຕ່າງປະເທດ ເຊັ່ນ: ຫວຽດນາມ, ຈີນ ແລະ ບຣູໄນ ດາລູຊາລາມ, ບົດເພງການສະ ແດງຂອງເຂົ້າເຈົ້າ ນຳໃຊ້ອຸປະກອນຕົນຕີຫລາຍຢ່າງ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຫລາກຫລາຍ ປະສົມປະສານດ້ານວັດທະນະ ທຳ ແລະ ເຊື້ອຊາດໃນສິງກະໂປ ແລະ ເພື່ອເປັນການສະເຫລີມສະຫລອງສາຍພົວພັນການທູດສິງກະໂປ-ລາວ ນັກສະແດງ ຢີນ ຫາໂມນີ ໄດ້ຮ່ວມກັບສະໂມສອນດ່ານຊ້າງ ສະແດງບົດເພງຮ່ວມ ກັນບາງລາຍການ ເຊັ່ນ: ບົດເພງ ເຢັນສະບາຍຊາວນາ ແລະ ການສະແດງເປົ່າແຄນຮ່ວມ ໂດຍ ອາຈານ ສິນທະວົງ ແສງມູນທອງ.





