ພິທີເປີດງານວາງສະແດງຜົນງານສິລະປະ ແລະ ງານສະແດງສິລະປະຣັດເຊຍໃນໂອ ກາດວັນສັບປະດາມົດສະກູຈັດຂຶ້ນວັນທີ 29 ຕຸລາ 2024 ທີ່ວິທະຍາໄລສິລະປະແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ວາລາດີເມຍ ກາລີນ ເອກອັກຄະລັດຖະທູດຣັດເຊຍປະຈຳລາວ, ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ນັກຮຽນ ເຂົ້າຮ່ວມ.
ງານຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຊົມການສະແດງສິລະປະຈາກນັກສິລະປະຂອງລາວ ແລະ ຣັດເຊຍ ຫຼາຍລາຍການໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ຊົມ ເຊິ່ງສະຫະ ພັນຣັດເຊຍເປັນຊາດໜຶ່ງທີ່ມີຄວາມສວຍງານ ແລະ ອຸດົມຮັ່ງມີທາງດ້ານພູມມີສາດ, ມີປະຫວັດຄວາມເປັນມາອັນຍາວນານ, ມີມູນເຊື້ອວັດທະນະທຳ, ອາລິຍະທຳທີ່ຮຸ່ງເຮືອງຜ່ານຫຼາຍສະໄໝຊາວຣັດເຊຍດຸໝັ່ນພາກພຽນ ແລະ ມີຫົວຄິດປະດິດ.
ງານຄັ້ງນີ້ ນອກຈາກເປັນການເຜີຍແຜ່ ແລກປ່ຽນທາງດ້ານກິດຈະກຳວັດທະ ນະທຳແລ້ວ ຍັງມີຄວາມເຊື້ອໝັ້ນວ່າຈະກາຍເປັນຜົນງານແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຣັດເຊຍເວົ້າລວມ ເວົ້າສະເພາະກໍຄືສອງ ນະຄອນຫລວງວຽງຈັນ-ມົດສະກູ ນັບມື້ແຕກດອກອອກຜົນຂຶ້ນຕໍ່ໄປເລື້ອຍໆ.
ຂອບໃຈພາບຈາກ: ວຽງຈັນໃໝ່






