ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະ​ໜາມ​ກິ​ລາ 13 ແຫ່ງ​ຂອງງານ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ​ ທີ່ຮາ​ບິນ ຜ່ານ​ການ​ຕິດ​ຕາມກວດ​ກາ​​ດ້ານຄວາມ​ປອດ​ໄພ​ຮຽບ​ຮ້ອຍແລ້ວ

Jan 24, 2025

ວັນ​ທີ 22 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ປະ​ກາດ​ໂຄ​ສົກ​ທີ່​ຈະ​ເຮັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ​ຕົ້ນ​ຕໍ​ ແລະ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບລວມຂອງ​ການ​ກະ​ກຽມ​ງານ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຮາ​ບິນແຂວງ​ເຮີຍ​ໂຫຼງ​ຈ່ຽງ​ຈີນ ໂດຍແຈ້ງ​ໃຫ້​ຮູ້​ວ່າ: ສະ​ໜາມ​ກິ​ລາ 13 ແຫ່ງ​ທີ່​ຈະ​ນຳ​ໃຊ້​ໃນ​ການ​ແຂ່ງຂັນກິ​ລານ້ຳ​ກ້ອນແລະ​ຫິ​ມະ​ໄດ້​ຜ່ານ​ການ​ຕິດ​ຕາມກວດ​ກາ​ດ້ານຄວາມ​ປອດ​ໄພ​​ຮຽ​ບ​ຮ້ອຍແລ້ວ ເຊິ່ງສອດ​ຄ່ອງ​​ຕາມ​ມາດ​ຕະ​ຖານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມທັງ​ໝົດ.
ງານ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ 2025 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຮາ​ບິນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 7 ກຸມ​ພາ​ໜ້າ​ນີ້, ປັດ​ຈຸ​ບັນ, ນັກ​ກິ​ລາຫຼາຍກວ່າ 1.270 ຄົນ​ທີ່​ມາ​ຈາກ 34 ປະ​ເທດ​ແລະ​ເຂດ​ແຄ້ວນ​ໃນ​ອາ​ຊີ​ໄດ້​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ກິ​ລາ​ຄັ້ງ​ນີ້.
ທີ່ມາ: CMG
May be an image of 3 people, lighting and text