ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແມ່ນກົດເກນພາວະວິໄສ, ແມ່ນປັດໄຈເປັນ-ຕາຍ ຂອງແຕ່ລະພັກ. ພ້ອມດຽວກັນ, ກໍເປັນຊັບສົມບັດລວມອັນລໍ້າຄ່າ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະ ເທດ ພ້ອມກັນເສີມຂະຫຍາຍ ໃນປະຫວັດສາດຕໍ່ໆໄປ.
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດໃນວັນທີ 15 ພະຈິກ 2024 ໂດຍທ່ານ ໄດ້ຍົກໃຫ້ບາງທັດສະນະກ່ຽວກັບ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງແມ່ນໝາກຜົນແຫ່ງໄຊຊະນະ, ມູນເຊື້ອນ້ຳໃຈແຫ່ງຄວາມສາມັກຄີແບບພິເສດ ແລະ ມິດຕະພາບ ອັນຍິ່ງໃຫຍ່ຂອງສອງຊາດລາວ-ຫວຽດນາມ ໄດ້ຜ່ານໄລຍະແຫ່ງປະຫວັດສາດ ອັນລະອິດລະອ້ຽວ. ໃນນັ້ນ, ສິ່ງທີ່ເປັນປັດໄຈສໍາຄັນໃຫ້ແກ່ການປະຕິວັດຊາດ ກໍແມ່ນການນຳໃຊ້ກຳລັງນັກຮົບສື່ມວນຊົນ ປະຈັນບານແນວໜ້າທີ່ເຂັ້ມແຂງ ເຊິ່ງເປັນອາວຸດອັນແຫລມຄົມຂອງພັກ, ຂອງກອງກໍາລັງປະກອບອາວຸດ ແລະ ກໍາລັງປະຊາຊົນບັນດາເຜົ່າ ທີ່ມີຈຸດກຳເນີດເຕີບໃຫຍ່ ບົນແປວໄຟແຫ່ງສົງຄາມປົດປ່ອຍຊາດ. ພາຍຫລັງປະເທດຊາດ ຂອງທັງສອງປະເທດ ໄດ້ຮັບການປົດປ່ອຍ, ອົງການສື່ມວນຊົນລາວ ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຂອງພັກ ໄດ້ສືບຕໍ່ໂຄສະນາກ່ຽວກັບສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ, ສະ ເໜີຂໍ້ມູນຂ່າວສານທີ່ຫລາກຫລາຍ, ຄົບຖ້ວນ, ຮອບດ້ານ ແລະ ຖືກຕາມທິດກໍານົດ; ໂຄສະນາ ເຫດການສໍາຄັນທາງການເມືອງ, ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ, ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ- ຫວຽດນາມ, ການລົງທຶນຂອງຫວຽດນາມຢູ່ ສປປ ລາວ.
ພິເສດ ແມ່ນຍົກໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ອ້າຍນ້ອງໃຫ້ປະຊາຊົນລາວ ແລະ ຕ່າງປະເທດຮັບຮູ້ຢ່າງທົ່ວເຖິງກັນ.
ພິເສດ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ສື່ມວນຊົນລາວ ໄດ້ພະຍາຍາມສຸດຄວາມສາມາດ ປະຕິບັດການອອກຂ່າວ, ບົດກ່ຽວກັບການສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ດ້ວຍບັນດາຂ່າວ, ຂ່າວພາບ, ບົດຂຽນຈຸດສຸມ, ຕາມກະແສເຫດການ ແລະ ສາລະຄະດີໂທລະ ພາບ ຍົກໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ. ກ້າວສູ້ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນ ນັບມື້ຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ມີສິ່ງທ້າທາຍຫລາຍຢ່າງ ບັນດາອິດທິກຳລັງປໍລະປັກ ພວມສຸມທຸກກຳລັງແຮງເພື່ອຕ້ານ ແລະ ຫວັງທຳລາຍໝາກຜົນ ຂອງການປະຕິວັດ ຂອງແຕ່ລະປະເທດ ກໍຄື ແບ່ງແຍກຄວາມສາມັກຄີ, ມິດຕະພາບ ຫວຽດ ນາມ-ລາວ, ແຕ່ດ້ວຍນ້ຳໃຈ ແລະ ມູນເຊື້ອແຫ່ງ ຄວາມສາມັກຄີ ຮ່ວມສຳພັນສູ້ຮົບ ທີ່ມີມາຍາວນານນັ້ນ, ສື່ມວນຊົນລາວ- ຫວຽດນາມ ໄດ້ສືບຕໍ່ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເຊີດຊູບົດບາດຂອງການເປັນສໍານັກຂ່າວແຫ່ງຊາດ ໃນການເຜີຍແຜ່ຂໍ້ມູນຂ່າວທີ່ຖືກຕ້ອງ ເຊື່ອຖືໄດ້ ເພື່ອປຸກລະດົມນໍ້າໃຈສູ້ຊົນຜ່ານ ຜ່າຄວາມຫຍຸ້ງຍາກລໍາບາກນີ້ ໃຫ້ຜ່ານພົ້ນໄປໄດ້ນໍາກັນດ້ວຍດີ, ພ້ອມກັນເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ມຸ່ງສູ່ອະນາຄົດທີ່ສົດໃສ.
ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ຕີລາຄາສູງຕໍ່ການໂຄສະນາເຜີຍແຜ່ ກ່ຽວກັບສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຂອງບັນດາອົງການສື່ຂອງລາວ ໃນໄລຍະຜ່ານ ກໍຄື ໃນປັດຈຸບັນ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ແມ່ນຊັບສົມບັດອັນລໍ້າຄ່າ ທີ່ບໍ່ມີຄູ່ປະເທດໃດໃນໂລກເຮັດໄດ້.
ຈາກຈຸດກໍາເນີດຂອງສຳນັກຂ່າວສານປະເທດລາວ ສູ່ເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວນັ້ນ ບໍ່ອາດປະຕິ ເສດການອູ້ມ ຊູຊ່ວຍເຫລືອຂອງ ສໍານັກຂ່າວສານຫວຽດນາມໄດ້. ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ ຂອງພັກ-ລັດ, ສໍານັກຂ່າວສານລາວ- ຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ນໍາໜ້າໃນສະໜາມຮົບແນວຄິດການເມືອງ, ປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ ໃນການເປັນແຫລ່ງຂ່າວ ທີ່ສໍາຄັນຕົ້ນຕໍຢ່າງແທ້ຈິງ. ມາເຖິງປັດຈຸບັນ ສອງສຳນັກຂ່າວສານປະເທດລາວ-ຫວຽດນາມ ມີແຜນສັນຍາສືບຕໍ່ຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນປະຈຳປີ ບົນພື້ນຖານອະນຸສັນຍາ ໂດຍສະເພາະການຊ່ວຍເຫລືອ ທາງດ້ານຍົກລະດັບວິຊາການ, ອຸປະກອນເຕັກນິກຕ່າງໆ.
ທັງໝົດເຫລົ່ານີ້, ສະທ້ອນໃຫ້ເຫັນເຖິງຄວາມຮັກແພງອັນສະໜິດສະໜົມທີ່ສຸດ, ຍາມທຸກຍາກບໍ່ເຄີຍປະຖິ້ມກັນ ນັ້ນແມ່ນຈິດໃຈອັນປະເສີດທີ່ສຸດ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ຂອງສອງສຳນັກຂ່າວສານ ລາວ-ຫວຽດນາມ ເຊິ່ງແມ່ນສາຍພົວພັນທີ່ສະໜິດສະໜົມ, ອົບອຸ່ນ ແລະ ຈິງໃຈ ເພາະໄດ້ສ້າງຕັ້ງຂຶ້ນໃນເວລາທີ່ຫຍຸ້ງຍາກ ແລະ ມີອຸປະສັກໃນໄລຍະຜ່ານມາ, ຖືເປັນບົດທົດສອບທີ່ສຳຄັນ, ສາຍພົວພັນນີ້ ເປັນສ່ວນໜຶ່ງຂອງຈິດໃຈມິດຕະພາບລາວ-ຫວຽດ ນາມ ທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ພິເສດທີ່ສຸດ.
ໃນຕໍ່ໜ້າ, ອົງການສື່ມວນຊົນລາວ ແລະ ຫວຽດນາມ ໂດຍ ສະເພາະ ສໍານັກຂ່າວສານ ລາວ-ຫວຽດນາມ ຍັງຈະສືບຕໍ່ເຜີຍ ແຜ່ບັນດາເຫດການສໍາຄັນ ກໍຄື ມູນເຊື້ອວັນປະຫວັດສາດ ລະ ຫວ່າງສາຍພົວພັນ ລາວ-ຫວຽດນາມ ໃຫ້ທົ່ວເຖິງໃນທຸກຂົງເຂດວຽກງານ ແນໃສ່ເຮັດໃຫ້ທົ່ວພັກ-ລັດ ທົ່ວສັງຄົມ ກໍາໄດ້ເນື້ອໃນຄວາມໝາຍຄວາມສໍາຄັນ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອອັນດີງາມ, ມີການພົວພັນຮ່ວມມື ແບບພິເສດ ທີ່ມີມາແຕ່ດົນນານ. ຢາກບັນລຸໄດ້ຄືແນວນັ້ນ, ອົງ ການສື່ມວນຊົນລາວ-ຫວຽດນາມ ຕ້ອງໄດ້ເພີ່ມທະວີແລກປ່ຽນບົດຮຽນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ແຮກສ່ຽວດ້ານວຽກງານສື່ມວນຊົນ ນັບຕັ້ງແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ ແລະ ສືບຕໍ່ຢ້ຽມຢາມກັນເປັນປົກກະຕິ; ການ ຮ່ວມມືອົງການສື່ສອງຝ່າຍ ຄວນເປີດກວ້າງ ການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານໃນທຸກໆຂົງເຂດ ເພື່ອປະກອບສ່ວນເຂົ້າໃນ ການເພີ່ມທະວີສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ-ລາວ; ພັກ-ລັດລາວ ກໍຄື ອົງການສື່ລາວແຮກສ່ຽວ ຕ້ອງສືບຕໍ່ຊ່ວຍເຫລືອ, ເອື້ອອໍານວຍຄວາມສະດວກ ບັນດານັກຂ່າວ ຂອງອົງການສື່ມວນຊົນຫວຽດນາມ ທີ່ປະຈຳການຢູ່ ສປປ ລາວ ກໍຄື ບັນດານັກຂ່າວ, ບັນນາທິການ ທີ່ຖືກສົ່ງມາລາວ ໃຫ້ສາ ມາດເຄື່ອນໄຫວວຽກງານ ການເມືອງທີ່ໄດ້ຮັບມອບໝາຍຈາກພັກ-ລັດຫວຽດນາມ ສາມາດຮັບປະກັນໄດ້ວຽກງານໂຄສະນາຢ່າງມີປະສິດທິຜົນສູງສຸດ.
ຂະນະດຽວກັນ, ພັກ-ລັດ ຫວຽດນາມ ແລະ ອົງການສື່ຫວຽດນາມແຮກສ່ຽວ ຕ້ອງໄດ້ສືບຕໍ່ຊ່ວຍເຫລືອທາງດ້ານເຕັກ ນິກທັນສະໄໝ, ວັດຖຸອຸປະກອນ, ວິຊາການຂ່າວ, ຮູບພາບ ແລະ ອື່ນໆ ຕໍ່ອົງການສື່ມວນຊົນລາວ ໃຫ້ສາມາດປັບປຸງສູ່ຄຸນນະພາບທຽບເທົ່າພາກພື້ນ ແລະ ສາກົນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການໃນໄລຍະໃໝ່.
ສິ່ງທີ່ກ່າວມາຂ້າງເທິງນີ້, ເປັນສ່ວນໜຶ່ງ ໃນການຮັດແໜ້ນ ແລະ ຊຸກຍູ້ການຮ່ວມມືຊ່ວຍເຫລືອ ເຊິ່ງກັນແລະ ກັນ ໃນວຽກ ງານໂຄສະນາເຜີຍແຜ່ກ່ຽວກັບແນວທາງນະໂຍບາຍຂອງສອງພັກ ສອງລັດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນພິເສດ ລະຫວ່າງສອງປະເທດ ນັບມື້ນັບເຂົ້າສູ່ລວງເລິກ ນຳເອົາຜົນປະໂຫຍດຕົວຈິງຫລາຍຂຶ້ນກວ່າເກົ່າ ມາໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ.
ຂ່າວ: ກິດຕາ
ພາບ: ຂ່າວສານຫວຽດນາມ ປະຈໍາລາວ



