ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາທາລະນະສຸກແຂວງຫຼວງພະບາງຖືເອົາວຽກງານປຸກລະດົມ ແລະ ຂ່າວສານສຸຂະສຶກສາ ເປັນໃຈກາງ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ ດ້ານສຸຂະພາບ.

Aug 19, 2025

ພະແນກ ສາທາລະນະສຸກແຂວງ ໄດ້ສຸມໃສ່ວຽກງານສຸຂະພາບຈະເລີນພັນແບບຄົບຊຸດ ໃນແຕ່ລະເຂດຂອງສະຖານທີ່ບໍລິການຂອງໜ່ວຍງານຄົງທີ່ ແລະ ໜ່ວຍເຄື່ອນທີ່, ຖືເອົາວຽກງານປຸກລະດົມ, ຂ່າວສານສຸຂະສຶກສາເປັນໃຈກາງ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ຕິດພັນກັບການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ມີເຄື່ອງມືທີ່ທັນສະ ໄໝ, ພ້ອມທັງປັບປຸງບັນດາພື້ນຖານໂຄງລ່າງເພື່ອເຮັດໃຫ້ສະຖານທີບໍລິການສາມາດຮອງຮັບການບໍລິການຢ່າງມີປະສິດທິພາບ ຄຽງຄູ່ກັບການບໍລິການເຄື່ອນທີ່, ວຽກງານຈະເລີນພັນແມ່ ແລະ ເດັກ ໂດຍສະເພາະບ້ານເປົ້າໝາຍທີ່ຢູ່ຂົງເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງສະຖານທີບໍລິການສຸຂະພາບຈະເລີນພັນໂດຍບໍ່ໄດ້ເສຍຄ່າ. ມາຮອດປັດຈຸບັນ ທົ່ວແຂວງຫຼວງພະບາງມີໜ່ວຍບໍລິການສຸຂະພາບຈະເລີນພັນຫລາຍແຫ່ງ ເປັນຕົ້ນ: ໂຮງໝໍເມືອງ 12 ແຫ່ງ,ໂຮງໝໍແຂວງ 1 ແຫ່ງ ແລະ ໂຮງໝໍນ້ອຍ 83 ແຫ່ງ.
May be an image of 12 people, people studying and hospital May be an image of 7 people, people studying, hospital and text
ດຣ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຫລວງພະບາງ ໃຫ້ສໍາພາດວ່າ: ເພື່ອປະຕິບັດຕາມຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານການບໍລິການແບບເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້, ພະແນກສາທາລະນະສຸກແຂວງຫລວງພະບາງຍັງໄດ້ເອົາໃຈໃສ່ ເເຕ່ງຕັ້ງຄະນະໜ່ວຍງານຮັບຜິດຊອບກ່ຽວກັບວຽກງານຈະເລີນພັນ ເຊິ່ງມີໜ້າທີ່ໃຫ້ຄໍາປຶກສາ, ຄວາມຮູ້ພື້ນຖານໃຫ້ກັບໄວໜຸ່ມຢູ່ຕາມໂຮງຮຽນ ກ່ຽວກັບການວາງແຜນຄອບຄົວ, ປ້ອງກັນການຖືພາກ່ອນໄວອັນຄວນ, ການແຕ່ງດອງກ່ອນໄວອັນຄວນ, ນອກນີ້ ຍັງໄດ້ເອົາໃຈໃສ່ໃຫ້ຄໍາປຶກສາວາງແຜນເອົາລູກ, ການຝາກທ້ອງ ກ່ອນ ແລະ ຫລັງເກີດລູກ ຕະຫລອດຮອດການສັກຢາປ້ອງກັນພະຍາດ ແລະ ດ້ານໂພຊະນະການ ເພື່ອຄວາມປອດໄພທັງແມ່ ແລະ ລູກ. ພ້ອມດຽວກັນນີ້ ຄະນະນໍາພະແນກສາທາລະນະສຸກຍັງໄດ້ຮັບການຊ່ວຍເຫລືອຈາກພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ກົມອະນາໄມຂອງກະຊວງສາທາລະນະສຸກ, ອົງການ ຈັດຕັ້ງສາກົນ ແລະ ອື່ນໆ.
May be an image of 5 people, people studying and text
ຂ່າວ: ບຸນຍັງ ພຸດສະຫວັດ