ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາທາລະນະສຸກ ເລັ່ງສະໜອງນໍ້າສະອາດໃຫ້ປະຊາຊົນຫລວງນໍ້າທາ ທີ່ປະສົບໄພນໍ້າຖ້ວມ

Sep 17, 2024

ການຜະລິດນໍ້າສະອາດເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຫລວງນໍ້າທາ ເເຂວງຫລວງນໍ້າທາໄດ້ຊົມໃຊ້ ຍັງເປັນວຽກງານຫນຶ່ງທີ່ສໍາຄັນທີ່ສຸດທີ່ພະເເນກສາທາລະນະສຸກເເຂວງຫລວງນໍ້າທາກໍາລັງຮີບຮ້ອນຈັດຕັ້ງປະຕິບັດຄຽງຄູ່ກັບວຽກງານອື່ນໆ ເພື່ອຮັບປະກັນເຮັດໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າສະອາດ ປ້ອງກັນການຕິດເຊື້ອປະພາດຕ່າງໆ ໂດຍສະເພາະພະຍາດຖອກທ້ອງ, ອັກເສບຜິວຫນັງ ເເລະ ອື່ນໆ ພາຍຫລັງສະ ພາບນໍ້າຖ້ວມໄດ້ບົກເເຫ້ງລົງເເລ້ວໃນປັດຈຸບັນ
ດຣ ຕຽງສະຫມອນ ພອນປະເສີດ ຫົວຫນ້າພະເເນກສາທາລະນະສຸກ ເເຂວງຫລວງນໍ້າທາໃຫ້ສໍາພາດວ່າ:ການຜະລີດນໍ້າສະອາດ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ຊົມໃຊ້ພະເເນກສາທາລະນະສຸກເເຂວງຫລວງນໍ້າທາ ໄດ້ກໍານົດເປັນສອງຈຸດ ຄື: ຈຸດສົ້ນຂົວບ້ານດອນສໍາພັນ ເເລະ ຈຸດບ້ານທ່າອໍ້ ໂດຍໄດ້ຮັບການຊ່ວຍເຫລືອຈາກບັນດາເເຂວງໃກ້ຄຽງ ໂດຍສະເພາະເເຂວງບໍ່ເເກ້ວ, ເເຂວງອຸດົມໄຊ ເເລະ ເເຂວງໄຊຍະບູລີ ລວມເຖິງອົງການກາເເດງປະຈໍາເເຂວງ ມີຈຸດບໍລິການຄົງທີ່ ເເລະ ເຄື່ອນທີ່ ໃຫ້ບໍລິການໃນເເຕ່ລະວັນ ເພື່ອນໍາເອົານໍ້າສະອາດໄປແຈກຢາຍໃຫ້ປະຊາຊົນໃນເເຕ່ລະມື້ ເຊີ່ງບາງເຂດກໍ່ສາມາດເຂົ້າເຖິງໄດ້ ເເລະ ບາງເຂດກໍ່ບໍ່ສາມາດເຂົ້າເຖິງໄດ້ເນື່ອງຈາກພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍຢ່າງຫນັກຫ່ວງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ໄຟຟ້ານໍ້າປະປາເເມ່ນຖືກຕັດຂາດບໍ່ສາມາດຜະລິດນໍ້າໄດ້ ເເຕ່ໂດຍລວມເເລ້ວເເມ່ນສາມາດແກ້ໄຂໄດ້ເປັນສ່ວນໃຫຍ່, ນອກຈາກການເເຈກຢາຍນໍ້າສະອາດເເລ້ວ ນັບເເຕ່ມື້ນໍ້າຖ້ວມຈົນນໍໍ້າມາຮອດປັດຈຸບັນສະພາບນໍ້າໄດ້ບົກເເຫ້ງລົງ ພະເເນກສາທາລະນະສຸກເເຂວງໄດ້ສືບຕໍ່ເອົາໃຈໃສ່ ເບີ່ງເເຍງສຸຂະພາບຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍມີທີມງານເເພດຄົງທີ່ເເລະເຄື່ອນທີ່ລົງເເຈກຢາຍຢາປີ່ນປົວພະຍາດ, ກວດສຸຂະພາບໃຫ້ປະຊາຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ເຂົາເຈົ້າມີສຸຂະພາບເເຂງເເຮງ ຄຽງຄູ່ກັບການເຮັດສຸຂະສຶກສາເເນະນໍາໃຫ້ປະຊາຊົນ ອະນາໄມຕາມເຮືອນຊານໃຫ້ມີຄວາມສະອາດປ້ອງກັນການລະບາດຂອງພະຍາດທີ່ມາກັບນໍ້າ ພ້ອມທັງປຸກລະດົມຈິດໃຈເຂົາເຈົ້າເພື່ອບໍ່ໃຫ້ມີຜົນກະທົບທາງດ້ານອາລົມຈິດ ໃຫ້ຮັບຮູ້ເຂົ້າໃຈເຖິງສະພາບທີ່ເກີດຂຶ້ນ ເເລະ ມີຄວາມເຂັ້ມເເຂງ, ເເລະ ມາຮອດປັດຈຸບັນນີ້ຍັງບໍ່ທັນພົບເຫັນປະຊາຊົນຄົນໃດເປັນພະຍາດທີ່ຮ້າຍເເຮງເທື່ອ.
ດຣ ຕຽງສະຫມອນ ພອນປະເສີດ ໃຫ້ຮູ້ວ່າ:ສໍາລັບການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ສາທາລະນະສຸກເເຂວງໃນຄັ້ງນີ້ ມີທັງຂໍ້ສະດວກເເລະຂໍ້ຫຍຸ້ງຍາກທີ່ເເຕກຕ່າງກັນ ໂດຍສະເພາະຂໍ້ສະດວກເເມ່ນໄດ້ຮັບການເບີ່ງເເຍງຊີ້ນໍາຢ່າງໃກ້ສິດຈາກພັກ ເເລະ ລັດຖະບານກໍ່ຄືການນໍາເເຂວງ ລວມເຖິງການຊ່ວຍເຫລືອຈາກພາກສ່ວນຕ່າງໆ,ສ່ວນຂໍ້ຫຍຸ້ງຍາກນັ້ນ ຢາກໃຫ້ສັງຄົມຮັບຮູ້ເຂົ້າໃຈວ່າເຫດການນໍ້າຖ້ວມທີ່ເກີດຂຶ້ນໃນຄັ້ງນີ້ເເມ່ນເກີດຂຶ້ນເປັນບໍລິເວນກວ້າງ, ບາງບ່ອນເຈົ້າຫນ້າທີ່ບໍ່ສາມາດເຂົ້າໄປເຖິງໄດ້, ອຸປະກອນ,ພາຫະນະຮັບໃຊ້ ລວມເຖິງພະນັກງານເເພດຫມໍມີຈໍາກັດ ເເລະ ອີກສ່ວນຫນຶ່ງ, ໂຮງຫມໍເເຂວງ, ໂຮງຫມໍເມືອງ ເເລະ ເຮືອນຊານຂອງພະນັກງານເເພດຫມໍ ຈໍານວນ 95 ຄອບຄົວ ເເມ່ນໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມຮຽກຮ້ອງໃຫ້ສັງຄົມເຂົ້າໃຈເຖິງເຫດຜົນທີ່ຈໍາເປັນນີ້.