ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາທາ ສະຫຼຸບວຽກງານແຜນການ ແລະ ການເງິນ ປະຈຳປີ 2024

Apr 4, 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຈັດຂຶ້ນໃນວັນທີ 3 ເມສານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ ຕັ້ງໜ້າພັດທະນາວຽກງານສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝເທື່ອລະກ້າວ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມດ້ວຍແຂກຖືກເຊີນທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດບັນດາວຽກງານຂອງຂະແໜງສາທາລະນະສຸກ ໃນປີ 2024 ຜ່ານມາ ແລະ ພ້ອມກັນປຶກສາຫາລື, ຖອດຖອນບົດຮຽນ ແລະ ເອກະພາບຕໍ່ກັບແນວທາງ, ວຽກງານຈຸດສຸມ ແລະ ວິທີການແກ້ໄຂໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ໃນໄລຍະ 1 ປີຜ່ານມາ, ເຖິງແມ່ນວ່າການຈັດຕັ້ງປະຕິບັດແຜນພັດທະນາສາເສດຖະກິດ-ສັງຄົມ ກໍຄືການຈັດຕັ້ງແຜນພັດທະນາສາທາລະນະສຸກທັງຢູ່ສູນກາງ ແລະ ທ້ອງຖິ່ນພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນດ້ານບຸກຄະລາກອນສາທາລະນະສຸກ, ບັນຫາຜົນກະທົບຈາກໄພພິບັດທຳມະຊາດ ລວມທັງບັນຫາທາງດ້ານເສດຖະກິດ ກໍຄືງົບປະມານທີ່ຈໍາກັດ ແລະ ບັນຫາອື່ນໆ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາກະຊວງສາທາລະນະສຸກ, ອໍານາດການປົກຄອງທ້ອງຖິ່ນ ແລະ ການນໍາພາຂອງບັນດາແຂວງ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກປະຈໍາປີ 2024 ສາມາດດໍາເນີນໄດ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ສາມາດປະຕິບັດວຽກງານຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຢູ່ແຕ່ລະບ່ອນ ໂດຍການສຸມໃສ່ຈັດຕັ້ງປະຕິບັດວຽກງານໄປຕາມແຜນງານ, ແຜນງານຍ່ອຍ ແລະ ໂຄງການຈຸດສຸມຂອງຂະແໜງການ ເຮັດໃຫ້ວຽກງານສາທາລະນະສຸກ ກໍຄືລະບົບຕາໜ່າງສາທາລະນະສຸກ, ການບໍລິການປິ່ນປົວສຸ ຂະພາບມີການພັດທະນາ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ ໂດຍສະເພາະສາມາດຄວບຄຸມການລະບາດຂອງພະຍາດຕາມລະດູການໄດ້ເປັນຢ່າງດີ, ອັດຕາການເສຍຊີວິດຂອງແມ່ ແລະ ເດັກສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ລວມທັງພື້ນຖານໂຄງລ່າງຕາໜ່າງສາທາລະນະສຸກໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ. ຮຽກຮ້ອງມາຍັງບັນດາທ່ານການນຳຂອງບັນດາກົມກອງອ້ອມຂ້າງກະຊວງສາທາລະນະສຸກ, ບັນດາແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ຕິດຕາມເນື້ອໃນການລາຍງານໃນກອງປະຊຸມເພື່ອພ້ອມກັນປຶກສາຫາລື, ສົນທະນາແລກປ່ຽນບົດຮຽນ ຄໍາຄິດຄໍາເຫັນຢ່າງກົງໄປ-ກົງມາ ແລະ ສ້າງສັນເພື່ອເປັນເອກະພາບໃນການກໍານົດວິທີການແກ້ໄຂ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນຕໍ່ໜ້າ ໃຫ້ສອດຄ່ອງເໝາະສົມກວ່າເກົ່າ ແລະ ເຮັດໃຫ້ກອງປະຊຸມບັນລຸຕາມຈຸດປະສົງຄາດໝາຍຂອງແຜນການທີ່ວາງໄວ້.
ທີ່ມາ: ປະຊາຊົນ