ວັນທີ 10 ກຸມພາ 2025 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການເຊື່ອມສານລະ ບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດ ໃນການໃຊ້ບໍລິການສາທາລະນະສຸກ ລະ ຫວ່າງ ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະ ສຸກ ແລະ ກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ (ກປ).
ໃນພີທີລົງນາມຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ ແລະ ກະຊວງສາທາລະນະສຸກ ໂດຍທ່ານ ພູວັງ ສຸ້ຍຍະວົງ ຫົວໜ້າຫ້ອງການປະກັນສຸຂະພາບ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີ ພິຍານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ.
ໃນພີທີທ່ານ ພູວັງ ສຸ້ຍຍະວົງ ຫົວໜ້າຫ້ອງການປະກັນສຸຂະ ພາບແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ:ການເຊັນລົງນາມບົດບັນທຶກສອງຝ່າຍຄັ້ງນີ້ ຈະເປັນບ່ອນອີງທີ່ສໍາຄັນໃນການອອກບັດປະກັນສຸຂະພາບໃຫ້ຄອບຄົວຕົກຫຼົ່ນ ແລະ ຄອບຄົວທີ່ທຸກຍາກ ແນໃສ່ໃຫ້ໄດ້ຮັບການປະຕິບັດນະໂຍບາຍ ຂອງກອງທຶນປະກັນສຸຂະພາບແຫ່ງຊາດ.
Cr: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ





