ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987 – 26 ມິຖຸນາ 2026).

Jun 26, 2026

​ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987-26 ມິຖຸນາ 2026) ທີ່ຈະມາເຖິງນີ້, ໃນນາມ ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ ເພື່ອເປັນການຢືນຢັນຄືນ ເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນ ອັນແຮງກ້າ ຂອງ ວົງຄະນະຍາດສາກົນ ໃນການຮ່ວມມືກັນ ປະກອບສ່ວນເຂົ້າໃນຂະບວນການປ້ອງກັນ, ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນ ກວດກາທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນປີ 2021-2025ຜ່ານມາເຊິ່ງໄດ້ຮັບໝາກຜົນສໍາເລັດອັນຈົບງາມ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
​ດັ່ງທີ່ພວກເຮົາໄດ້ຮັບຮູ້ນຳກັນ​ດີ​ແລ້ວ​ວ່າ: ຢາເສບຕິດ ເປັນບັນຫາຂອງໂລກ ເຊິ່ງບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງໆກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ, ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍ່ພວມປະເຊີນໜ້າກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ, ເຊິ່ງໄດ້ແພ່ລະບາດໄປເປັນວົງກວ້າງ ນັບທັງຢູ່ຕົວເມືອງໃຫຍ່ໄປຮອດເຂດຊົນນະບົດຫ່າງໄກສອກຫຼີກ; ບັນຫາຢາເສບຕິດເປັນບັນຫາຕົ້ນຕໍທີ່ພາໃຫ້ເກີດບັນດາປະກົດການຫຍໍ້ທໍ້ທາງສັງຄົມ; ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາເຫດ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ໄດ້ສົ່ງຜົົນກະທົບໂດຍກົງ ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ຕໍ່ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວ ໂດຍສະເພາະ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອະນາຄົດ.
ການລັກລອບຄ້າຂາຍຢາເສບຕິດ, ສິ່ງເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື: ບັນດາປະຊາຊາດໃນທົ່ວໂລກ ໄດ້ພ້ອມກັນປ້ອງກັນ, ສະກັດກັ້ນ ແລະ ຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າຫຼາຍປະເທດ ໄດ້ເພີ່ມທະວີມາດຕະການທີ່ເດັດຂາດ, ມີຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງ ຫຼາຍປານໃດກໍຕາມ ແຕ່ການລັກລອບຜະລິດ, ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາໃຊ້ ແລະ ການລໍາລຽງຂົນສົ່ງ ຢາເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫຼຸດລົງ ທັງຍັງມີຢາເສບຕິດຊະນິດໃໝ່ເກີດຂຶ້ນ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.
ຍ້ອນເຫັນໄດ້ເຖິງພິດໄພຜົນຮ້າຍຄວາມເປັນອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ ພັກ-ລັດຖະບານພວກເຮົາ ໄດ້ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍ່ຈິງຈັງຕະຫຼອດມາ ໂດຍສະເພາະ ແມ່ນໄດ້ອີງໃສ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ລັດຖະບານ ຈຶ່ງໄດ້ກໍານົດການແກ້ໄຂບັນຫາຢາເສບຕິດໃຫ້ເປັນແຜນງານງານແຫ່ງຊາດໃນຕໍ່ໜ້າຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025. ມາຮອດເວລານີ້ ກໍ່ໄດ້ເນັ້ນໜັກເລັ່ງໃສ່ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດເປັນວຽກນໍາໜ້າ ຜ່ານພາຫະນະສື່ມວນຊົນໃນຮູບແບບຂອງ ລະຄອນສັ້ນ, ສະປອດ, ບົດເພງ, ຂັບ-ລໍາ, ຕິດປ້າຍຄໍາຂວັນທີ່ມີເນື້ອໃນຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ຊຶ່ງເປັນເຄື່ອງມືສໍາຄັນໃຫ້ແກ່ການເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຊົມ, ໄດ້ຟັງ, ໄດ້ອ່ານ ຈຶ່ງຕີລາຄາໄດ້ວ່າ ພົນລະເມືອງລາວພວກເຮົາແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມເຂັ້ມແຂງທົ່ວປວງຊົນ ທີ່ເລີ້ມຕົ້ນຈາກສະຖາບັນຄອບຄົວ, ຊຸມຊົນ, ບ້ານ, ພາກລັດ, ເອກະຊົນ ຕ້ອງໄດ້ເຂົ້າຮ່ວມກັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນແຮງຍູ້ທີ່ສໍາຄັນ ໃນການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ ໃກ້ຊິດຕິດແທດເຖິງຮາກຖານປະຊາຊົນ ດ້ວຍການຊີ້ນໍາ-ນໍາພາ ເຮັດຕົວຈິງດ້ວຍຫຼາຍວິທີ ທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ເຂດພູດອຍ ຫັນໄປປະກອບອາຊີບໃໝ່ ແລະ ມີອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ ເຊັ່ນ: ການສົ່ງເສີມລ້ຽງສັດ, ປູກພືດເປັນສິນຄ້າ ສາມາດຈໍາໜ່າຍພາຍຢູ່ພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ; ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ຢ່າງມີປະສິດທິພາບ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ໄດ້ກັບຄືນເປັນພົນລະເມືອງດີ ຂອງສັງຄົມ ແລະ ຄອບຄົວ. ພ້ອມ​ກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 03 ສ້າງ ຕິດພັນກັບການສ້າງຕາແສງ-ບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງສໍານັກງານອົງການ, ຕາແສງ-ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍການຜະລິດ, ການບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນໃນແຕ່ລະປີ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫຼາຍກໍລະນີ, ພ້ອມທັງ ໄດ້ເພີ່ມທະວີຄວາມເປັນເຈົ້າການ ​ໃນ​ການ​ຕິດຕາມ, ກວດກາ ​ແລະ ແກ້​ໄຂ​ບັນຫາ​ດັ່ງກ່າວຢ່າງ​ຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຍຶດຢາເສບຕິດ, ອາວຸດເສິ​ກ, ຊັບສິນ, ວັດຖຸມີຄ່າ, ສານເຄມີຕັ້ງຕົ້ນຕ່າງໆ ທີ່ພວກກຸ່ມຄົນບໍ່ດີຈະນໍາໄປຜະລິດເປັນຢາເສບຕິດ ໄດ້ເປັນຈໍານວນຫຼວງຫຼາຍ. ສິ່ງ​ສຳຄັນແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2026 ຄົບຮອບ 39 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຄະນະກໍາມະການແກ້ໄຂຢາເສບຕິດລະດັບຊາດ, ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ່ຜ່ານມາ. ນະໂອກາດນີ້, ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ຮັບຜົນສໍາເລັດຕະຫຼອດມາ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຕໍ່ໄປອີກ ໃນອະນາຄົດ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ຢາເສບຕິດ ເປັນບັນຫາທີ່ມີຄວາມເປັນອັນຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງຊາວຕ່າງປະເທດ ທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດ ຢູ່ໃນສັງຄົມລາວໄດ້ຫຼຸດລົງຢ່າງຊັດເຈນກ້າວໄປສູ່ສັງຄົມລາວ ປອດຢາເສບຕິດໃຫ້ໄດ້ໃນທີ່ສຸດ.