ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

Feb 14, 2025

ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ
ໃນວັນທີ 14 ກຸມພາ 2025 ນີ້, ສານປະຊາຊົນສູງສຸດ ໄດ້ມອບລົດຕູ້ 14 ບ່ອນນັ່ງ ຫຍີ່ຫໍ້ JMMC ຈຳນວນ 01 ຄັນ ໃຫ້ສານທະຫານຂັ້ນສູງ, ໂດຍການກ່າວມອບຂອງສະຫາຍ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ກ່າວຮັບໂດຍສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ.
ສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທາສານທະຫານຂັ້ນສູງ ໄດ້ກ່າວສະແດງຄວາມຂອບໃຈມາຍັງປະທານ ແລະ ຮອງປະ ທານສານປະຊາຊົນສູງ ກໍ່ຄືຄະນະນໍາສານປະຊາຊົນສູງສຸດ ທີ່ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ແລະ ໃຫ້ຄວາມສໍາຄັນຕໍ່ກັບກອງທັບ ກໍ່ຄືສານທະຫານຂັ້ນສູງຕະຫຼອດມາ, ບໍ່ວ່າຈະເປັນການບຳລຸງກໍ່ສ້າງພະນັກງານດ້ານວິຊາສະເພາະ, ທິດສະດີ ແລະ ອຸກອນຮັບໃຊ້ດ້ານວຽກງານຕ່າງໆຕະຫຼອດມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນໍາໃຊ້ລົດຄັນດັ່ງກ່າວເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ ແລະ ຄຸ້ມຄອງປົກປັກຮັກສາໃຫ້ສາມາດນຳໃຊ້ໄດ້ຍາວນານ.
Cr:ບິກໄຊ ສົມພູ