ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສານປະຊາຊົນສູງສຸດ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ

Apr 2, 2025

ສານປະຊາຊົນສູງສຸດ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ
ວັນທີ 1 ເມສາ 2025, ສານປະຊາຊົນສູງສຸດ ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ ໂດຍການເປັນປະທານ ຂອງ ສະຫາຍ ສຈ.ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ຄະນະຮັບຜິດຊອບສະເຫຼີມສະຫຼອງ 3 ວັນປະຫວັດສາດ, ມີ ຄະນະນຳສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນເຂດ ທັງ 4 ເຂດ, ພະນັກງານອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ສຈ.ປອ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ກອງປະຊຸມສໍາມະນາຄັ້ງນີ້ ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ ເປັນໂອກາດທີ່ພວກເຮົາ ຈະໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນຍິ່ງໃຫຍ່ ແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາ ພາລະກິດປະຕິວັດຢູ່ປະເທດເຮົາ ແລະ ພວກເຮົາຈະໄດ້ຮັບຟັງ, ການບັນລະຍາຍເຜີຍແຜ່ເອກະສານ ຈຳນວນ 10 ສະບັບ ໂດຍບັນດາຄະນະກົມ, ຄະນະສານ ຂອງສານປະຊາຊົນສູງສຸດ, ເຊິ່ງແມ່ນຜົນງານຂອງບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າຈາກຂະແໜງການຕ່າງໆ ເປັນຜູ້ຄົ້ນຄວ້າ, ຂີດຂຽນ ແລະ ຮຽບຮຽງ. ໃນນີ້ມີຫົວຂໍ້: ພັກນຳພາ ສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ພັກກໍ່ສ້າງປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະຂອງການປະຕິວັດ ແຕ່ລະໄລຍະ; ການກຳເນີດຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ; ພັກນຳພາພັດທະນາວັດທະນະທຳ-ສັງຄົມເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ; ພັກນຳພາພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ພັກນຳພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທີ່ປວງຊົນລາວທັງຊາດ; ພັກນຳພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ; ພັກປະຊາຊົນປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດຢ່າງສົມບູນ; ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ; ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີ ພາຍໃຕ້ການ ນໍາພາຂອງພັກ ທີ່ມີກຽດສະຫງ່າ” ຈະເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກຳ ແລະ ເປັນປະໂຫຍດໃຫຍ່ຫຼວງແທດຕົວຈິງ ຮັບໃຊ້ໃຫ້ແກ່ການປັບປຸງປົວແປງພັກໃນປັດຈຸບັນ, ພ້ອມຮຽກຮ້ອງມາຍັງ ບັນດາທ່ານທີ່ ເຂົ້າຮ່ວມເອົາໃຈໃສ່ໃນການຄິດຫງຳ, ໃຫ້ການປະກອບຄຳເຫັນເພີ່ມເຕີມ ໃຫ້ແກ່ບົດວິທະຍາສາດຢ່າງກົງໄປກົງມາ, ຮັບປະກັນ ໄດ້ທັງລັກສະນະວິທະຍາສາດ ແລະ ຖືກຕ້ອງຕາມຄວາມເປັນຈິງ ແລະ ນຳເອົາເນື້ອໃນຈິດໃຈກອງປະຊຸມສຳມະນາໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ.
ຂ່າວ: ສທ ນ.​ສັນຕິສຸກ