ສານປະຊາຊົນແຂວງໄຊຍະບູລີ ແກ້ໄຂຄະດີໄດ້ 460 ເລື່ອງ

ປີ 2024 ສານປະຊາຊົນທົ່ວແຂວງ ໄຊຍະບູລີ ມີຄະດີທັງໝົດ 509 ເລື່ອງ, ແກ້ໄຂແລ້ວ 460 ເລື່ອງ, ກວມເອົາ 90,37% (ລື່ນແຜນການ 5,37%) ຍັງຄ້າງ 49 ເລື່ອງ ກວມເອົາ 9,63%, ຈໍານວນຄະດີທີ່ສານຕັດສິນແລ້ວມີການຂໍອຸທອນ 7 ເລື່ອງ ເທົ່າກັບ 1,52% ທຽບໃສ່ປີຜ່ານມາ ຄະດີຫລຸດລົງ 199 ເລື່ອງ, ເທົ່າກັບ 39,09% ໃນນີ້, ຄະດີອາຍາ ມີ 346 ເລື່ອງ ແກ້ໄຂແລ້ວ 342 ເລື່ອງ ຍັງຄ້າງ 04 ເລື່ອງ
ໃນຈໍານວນຄະດີທີ່ແກ້ໄຂແລ້ວນັ້ນ ສານໄດ້ຕັດສິນປັບໃໝເປັນເງິນ 8,67 ຕື້ກວ່າກີບ, ຮິບເງິນ 28 ລ້ານກວ່າ ກີບ, ເງິນບາດ 55.471 ບາດ ແລະ ຮິບໂທລະສັບ 110 ເຄື່ອງ, ລົດໃຫ່ຍ 03 ຄັນ, ລົດຈັກ 31 ຄັນ, ຮິບຂອງກາງທີ່ເປັນຢາເສບຕິດຄື: ຢາບ້າ 11.393.721 ເມັດ, ຢາໄອ 0,6 ກຣາມ. ສຳລັບ ຄະດີແພ່ງ ມີ 101 ເລື່ອງ, ແກ້ໄຂແລ້ວ 67 ເລື່ອງ, ຍັງຄ້າງ 34 ເລື່ອງ, ໃນຄະດີທີ່ແກ້ໄຂແລ້ວສານໄດ້ຄິດໄລ່ໃຫ້ຄູ່ຄວາມເສຍອາກອນໃຫ້ລັດໄດ້ 22 ລ້ານກວ່າກີບ.
ສ່ວນຄະດີຄອບຄົວ ມີ 37 ເລື່ອງ, ແກ້ໄຂແລ້ວ 29 ເລື່ອງ, ຍັງຄ້າງ 8 ເລື່ອງ; ຄະດີການຄ້າ ມີ 8 ເລື່ອງ, ແກ້ໄຂແລ້ວ 7 ເລື່ອງ, ຍັງຄ້າງ 01 ເລື່ອງ; ຄະດີເດັກ ມີ 16 ເລື່ອງ, ແກ້ໄຂແລ້ວ 15 ເລື່ອງ, ຍັງຄ້າງ 1 ເລື່ອງ. ໃນຈໍານວນຄະດີທີ່ແກ້ໄຂແລ້ວນັ້ນສານໄດ້ຕັດສິນປັບໃໝເປັນເງິນ 61 ລ້ານກີບ, ຮິບໂທລະສັບ 01 ເຄື່ອງ, ລົດຈັກ 1 ຄັນ, ຮິບຂອງກາງທີ່ເປັນຢາເສບຕິດຄື: ຢາບ້າ 53 ເມັດ ນໍ້າໜັກ 5,3 ກຣາມ ແລະ ຄະດີແຮງງານມີ 1 ເລື່ອງ, ຍັງບໍ່ທັນໄດ້ແກ້ໄຂ.
ທ່ານ ກາດແກ້ວ ສັກດາວົງ ຮັກສາການ ຫົວໜ້າສານປະຊາຊົນແຂວງ ໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 27 ທັນວາ 2024 ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງ ວ່າ: ໃນໄລຍະ 1 ປີຜ່ານມາ, ສານປະຊາຊົນແຂວງໄຊຍະບູລີ ໄດ້ສຸມໃສ່ປັບປຸງພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ, ຄະດີໃດມີຄວາມຫຍຸ້ງ ຍາກກໍໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍທິດຊີ້ນໍາຈາກສາຍຕັ້ງ ແລະ ສາຍຂວາງຢ່າງເປັນປົກກະຕິ. ສໍາລັບແຜນການປີ 2025 ຈະສືບຕໍ່ເຮັດໃຫ້ຜູ້ພິພາກສາ, ພະນັກ ງານຂອງສານມີຄຸນທາດການເມືອງ, ຈັນຍາບັນ-ຈັນຍາທຳໜັກ ແໜ້ນ ແລະ ມີຄວາມສາມາດທາງດ້ານວິຊາສະເພາະ-ວິຊາການ, ສ້າງພະນັກງານຂອງສານໃຫ້ມີຄຸນນະພາບໂດຍຖືເອົາການປະເມີນຜູ້ພິພາກສາດີ- ເກັ່ງໃຫ້ໄດ້ 30% ຂຶ້ນໄປ, ສືບຕໍ່ຄົ້ນຄວ້າພິຈາລະ ນາຕັດສິນ, ພິພາກສາຄະດີ ຂັ້ນຕົ້ນ, ຂັ້ນອຸທອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ເປັນທຳ ໃຫ້ບັນລຸຕາມຄາດໝາຍ ເຊັ່ນ: ຄະດີ ອາຍາ ບັນລຸໄດ້ 90% ຂຶ້ນໄປ; ຄະດີແພ່ງ ແລະ ຄະດີການຄ້າ ໃຫ້ບັນລຸໄດ້ 75% ຂຶ້ນໄປ; ຄະດີຄອບຄົວ, ແຮງງານ, ເດັກ, ບັນລຸ 85% ຂຶ້ນໄປ ແລະ ອັດຕາຂໍອຸທອນບໍ່ໃຫ້ເກີນ 15%.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ


