ປະຊາຊົນລາວບັນດາເຜົ່າ; ບັນດາສະຫາຍ ໃນອົງການຈັດຕັ້ງພັກ, ລັດຖະບານ; ບັນດາທ່ານໃນອົງການຈັດຕັ້ງເອກະຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວ ທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດ ຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ !.
ຂ້າພະເຈົ້າ, ຕາງໜ້າໃຫ້ລັດຖະບານ ກໍ່ຄືຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ແລະ ໃນນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ; ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001 – 12 ຕຸລາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມື້ນີ້, ເຊິ່ງຈະເປັນໂອກາດທີ່ດີໃຫ້ພວກເຮົາ ໄດ້ສະຫຼຸບຜົນງານ, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະໜຶ່ງປີ ທີ່ຜ່ານມາ.
ເປັນທີ່ຊາບກັນແລ້ວວ່າ ສະພາບບັນຫາຢາເສບຕິດ ໄດ້ຂະຫຍາຍເປັນວົງກວ້າງໄປທົ່ວໂລກ, ມັນໄດ້ເພີ່ມຄວາມເປັນໄພອັນຕະລາຍ ເຊິ່ງຕິດພັນ, ເຊື່ອມໂຍງກັບການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ການຟອກເງິນ ແລະ ອາຊະຍາກໍາ ທີ່ໃຊ້ຄວາມຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນ, ກາຍເປັນໄພຂົ່ມຂູ່ ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ກໍ່ຄືສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືບັນດາປະຊາຊາດໃນທົ່ວໂລກ.
ສປປ ລາວ ມີທີ່ຕັ້ງພູມສາດ ໃນອານຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດຈອດກັບຫຼາຍປະເທດ; ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາປະເທດ, ເຊິ່ງເປັນເງື່ອນໄຂໃຫ້ລາວ ກາຍເປັນທາງຜ່ານ ໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະສົມໃນການຜະລິດຢາ
ເສບຕິດ.
ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ, ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫຼາຍລະດັບທີ່ແຕກຕ່າງກັນ; ໄດ້ກາຍເປັນສາເຫດ ພາໃຫ້ເກີດບັນຫາປະກົດການຫຍໍ້ ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດ ແຕ່ລະປະເພດ ທີ່ຍຶດ ແລະ ຈັບໄດ້ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ້ລ່ຽມການເຄື່ອນໄຫວລັກລອບ, ຂົນສົ່ງ, ຄ້າຂາຍ, ຈໍາໜ່າຍຢາເສບຕິດ ມີລັກສະນະເລິກແລບແນບນຽນ, ດ້ວຍຫຼາຍວິທີການ, ມີຮູບການທີ່ສະລັບສັບຊ້ອນ; ມີການສວຍໃຊ້ຜະລິດຕະພັນ ຍີ່ຫໍ້ທີ່ສັງ ຄົມບໍລິໂພກປະຈໍາວັນ, ເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນ ທີ່ທັນສະໄໝ, ມີອາວຸດ ກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນ ຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ໃນປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໃນນາມເປັນ ເສນາທິການໃຫ້ສູນກາງພັກ, ລັດຖະບານ ກໍ່ຄືການນຳພາ, ຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ເປັນຕົ້ນມາ. ມາຮອດນະເວລານີ້ ແມ່ນເປັນໄລຍະສືບຕໍ່ ຂອງການຈັດຕັ້ງປະຕິບັດວາລະດັ່ງກ່າວ ຮອດປີ 2025; ເຊິ່ງໄດ້ສຸມໃສ່ 06 ວຽກຈຸດສຸມ, ທຸກຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ເຂົ້າສູ່ວຽກງານຕົວຈິງ; ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສ້າງຈິດສຳນຶກ, ສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກຳ ປິ່ນອ້ອມ ທີ່ສະແດງເຖິງໄພອັນຕະລາຍຂອງຢາເສບຕິດ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ພິເສດ ແມ່ນໃນກຸ່ມນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ຈຶ່ງເຫັນໄດ້ວ່າ ພົນລະ ເມືອງລາວ ສ່ວນຫຼາຍ ແມ່ນມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງຢາເສບຕິດ; ພ້ອມນີ້, ກໍ່ໄດ້ສ້າງຄວາມເຂັ້ມແຂງໃຫ້ທົ່ວສັງຄົມ ໂດຍການເຮັດໃຫ້ທົ່ວສັງຄົມ ຕື່ນຕົວເຂົ້າຮ່ວມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ: ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ໃກ້ຊິດ, ແທດເຖິງຮາກຖານປະຊາຊົນ; ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງ ດ້ວຍຫຼາຍວິທີ ທີ່ເປັນລະບົບຕໍ່ເນື່ອງ; ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວ ຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ, ຫ່າງໄກຊອກຫຼີກ, ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ; ສໍາລັບຜູ້ຖືກເຄາະຮ້າຍ ຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບ ພໍສົມຄວນ ແລະ ໃນປັດຈຸບັນ ລັດຖະບານ ກໍ່ໄດ້ມີແຜນການສ້າງສູນບຳບັດປິ່ນປົວ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຂຶ້ນເປັນສູນຕົວແບບ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອເຮັດໃຫ້ບັນດາສູນ ທີ່ຂຶ້ນກັບລັດ ໃນທົ່ວປະເທດ ມີຄວາມເຂັ້ມແຂງໃນການປິ່ນປົວ ຜູ້ຖືກເຄາະຮ້າຍເຫຼົ່ານັ້ນ ແລະ ເຮັດໃຫ້ເຂົາເຈົ້າໄດ້ກັບຄືນເປັນຄົນທີ່ມີຄຸນຄ່າໃນສັງຄົມ; ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 03 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ປອດຢາເສບຕິດ; ໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ; ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫຼາຍກໍລະນີ; ໄດ້ເພີ່ມທະວີຄວາມເປັນເຈົ້າການ, ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ, ໂດຍສະເພາະ ໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດ ຖຸຂອງກາງ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສຳຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.
ພັກ, ລັດຖະບານ ຍັງໄດ້ເອົາໃຈໃສ່ ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ ໃນສາມໄຕມາດ ປີ 2024 ທີ່ຜ່ານມາ ລາວໄດ້ຮັບກຽດ ເປັນເຈົ້້າພາບກອງປະຊຸມ ໃນລະດັບຕ່າງໆ ທີ່ກ່ຽວພັນເຖິງການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍ່ຄື ສປປ ລາວ ໄດ້ເຊັນສົນທິສານຍາ ສອງຝ່າຍ, ສາມຝ່າຍ ແລະ ຫຼາຍຝ່າຍ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ເຊິ່ງສະແດງໃຫ້ເຫັນວ່າ ບັນດາປະເທດໃນພາກພື້ນ ກໍ່ຄືໃນທົ່ວໂລກ ໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ຈະພ້ອມກັນແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທຳ.
– ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງ !.
ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງ ໄດ້ກາຍເປັນຂະບວນການຂ້າມຊາດ; ເຖິງວ່າຫຼາຍປະເທດ ໄດ້ເພີ່ມທະວີມາດຕະການທາງກົດໝາຍ ທີ່ເດັດຂາດ, ໂປ່ງໃສ, ເປັນມືອາຊີບ, ມີຄວາມພະຍາຍາມ ໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວ ຢູ່ພາກພື້ນ ກໍ່ຄືຢູ່ໃນໂລກ ຍັງມີທ່າອ່ຽງ ແລະ ຄວາມຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ; ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າຂາຍ, ຂົນສົ່ງຢາເສບຕິດ ໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກສອກຫລີກ; ປັດຈຸບັນ, ຢູ່ຫຼາຍທ້ອງຖິ່ນ ໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນ ຢູ່ຕາມໂຮງຈັກໂຮງ ງານ ຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງ ໄດ້ພາກັນສ້າງຄວາມສັບສົນ-ວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆພາຍໃນຄອບຄົວ ກໍ່ຄືຢູ່ຊຸມຊົນໃນສັງຄົມ; ເກີດມີການຂີ້ລັກງັດແງະ, ປຸ້ນຈີ່, ຊີງຊັບ, ຄາດຕະກຳ, ລັກພາຕົວ, ຄ້າມະນຸດ, ລະເມີດກົດຈາລະຈອນ ພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງ, ກໍ່ອາລະວາດຜິດຖຽງ-ຕີກັນ ແລະ ອື່ນໆ.
ດັ່ງນັ້ນ, ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂື້ນນັ້ນ; ໃນຕໍ່ໜ້າ, ຂ້າພະເຈົ້າ ຂໍສະເໜີ ມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນທຸກໆຂັ້ນໃນທົ່ວປະເທດ ຈົ່ງໄດ້ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ບາງບັນຫາດັ່ງນີ້:
ໜຶ່ງ: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ; ພ້ອມທັງກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະສືບຕໍ່ ຮອດປີ 2025 ທັງຈັດຕັ້ງສະຫຼຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ສອງ: ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອສ້າງຈິດສຳນຶກ ໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນ ເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ກ່ຽວກັບຢາເສບຕິດ; ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ, ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼາຍຂຶ້ນ.
ສາມ: ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູ ຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ ປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ຜູ້ທີ່ໄດ້ຮັບການປິ່ນປົວ ມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄອບຄົວ ແລະ ສັງຄົມ ຢ່າງມີຄຸນນະພາບ.
ສີ່: ສຸມໃສ່ການປະຕິບັດມາດຕາການທາງກົດໝາຍ ທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາ ຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວ ຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ, ຮັບປະກັນ ໃຫ້ການແກ້ໄຂບັນຫາຢາເສບຕິດ ໄດ້ຮັບການ ຈັດຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້.
ຫ້າ: ສຸມໃສ່ປັບປຸງກົງຈັກກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນທົ່ວປະ ເທດໃຫ້ເປັນລະບົບ, ມີຄວາມເປັນເອກະພາບ, ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.
ຫົກ: ເອົາໃຈໃສ່ ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ, ຊ່ວຍເຫຼືອ ໃຫ້ເຂົາເຈົ້າ ໄດ້ມີເງື່ອນໄຂ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ, ພ້ອມທັງໃຫ້ດຳເນີນມາດຕະການດ້ານກົດໝາຍຢ່າງເດັດຂາດ, ໂປ່ງໃສ, ເປັນມືອາຊີບ ຕໍ່ຜູ້ກະທຳຜິດ.
ເຈັດ: ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະ
ໜັບສະໜູນ, ການແບ່ງປັນ, ການປະກອບສ່ວນເຂົ້າໃນ ການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນ ລວມທັງປະສານງານ ໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກ
ຢາເສບຕິດ ແລະ ສານເຄມີຕົ້ນ ຕາມບໍລິເວນຊາຍແດນ.
ນະໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍ່ຄື ຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ; ຂ້າພະເຈົ້າ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ; ພ້ອມກັນນີ້, ກໍ່ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ທາງດ້ານທຶນຮອນ, ວັດຖຸອຸປະກອນ ຮັບໃຊ້ໃຫ້ແກ່ ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫຼອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວ ໃນຕໍ່ໜ້າ.
( ຂໍຂອບໃຈ )



