ໃນວັນທີ 23 ມັງກອນ 2026, ສາມອົງການຈັດຕັ້ງມະຫາຊົນ (ກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍທ່ານ ຄົມສັນ ໄຊຍະສານ, ຄະນະພັກ ຫສນຍ, ຫົວໜ້າກົມຈັດຕັ້ງ, ພ້ອມດ້ວຍທ່ານ ສົມຄວນ ມາສຸວັນ, ຄະນະພັກ ຫສນຍ, ຫົວໜ້າກົມປະຊາສຳພັນ, ເລຂາຄະນະບໍລິຫານງານຊາວໜຸ່ມ ຫສນຍ, ທ່ານ ວິຣະພົງສ໌ ພົມດວງສີ, ຫົວໜ້າກົມ, ປະທານສະຫະພັນກຳມະບານ ຫສນຍ ແລະ ຄະນະສາມອົງການຈັດຕັ້ງມະຫາຊົນ ຫສນຍ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບຊ່ວຍເຫຼືອປະຊາຊົນ ຢູ່ເມືອງໝື່ນ ແລະ ເມືອງເຟືອງ ແຂວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນທ້າຍປີ 2025 ທີ່ຜ່ານມາ.

ການມອບເຄື່ອງຊ່ວຍເຫຼືອ ຂອງສາມອົງການຈັດຕັ້ງມະຫາຊົນ ຫສນຍ ໃນຄັ້ງນີ້ ໄດ້ນຳເອົາເຄື່ອງໄປມອບຢູ່ 3 ຈຸດຄື: ຈຸດທີ (1) ຢູ່ຫ້ອງວ່າການເມືອງໝື່ນ ໄດ້ມອບ: ແນວພັນເຂົ້າ 1 ໂຕນ, ເຄື່ອງຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ 5 ຖົງ, ຊຶ່ງຕາງໜ້າກ່າວຮັບໂດຍທ່ານ ລັດຖະພອນ ວົງພະຈັນ, ຄະນະປະຈໍາພັກ, ປະທານແນວລາວສ້າງຊາດເມືອງໝື່ນ; ຈຸດທີ (2) ຢູ່ໂຮງຮຽນປະຖົມສົມບູນນາອ່າງ, ເຂດຈຸດສຸມຜາສັງເມືອງເຟືອງ, ຊຶ່ງເມືອງໄດ້ມີການສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທຶນການສຶກສາໃຫ້ນ້ອງນັກຮຽນຄອບຄົວທຸກຍາກຈຳນວນ 12 ນ້ອງ ໂດຍແມ່ນອົງການຈັດຕັ້ງສະຫະພັນກຳມະບານ ຫສນຍ ຮ່ວມກັບ ສະມາຄົມຊ່ວຍເຫຼືອນັກຮຽນ ACVG ຂອງ ສປ ຈີນ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2017, ພ້ອມນັ້ນ ກໍ່ໄດ້ມອບ: ແນວພັນເຂົ້າ 2 ເປົາ, ເຄື່ອງຟັກໄຂ່ 2 ຊຸດ, ຖົງເຄື່ອງບັນເທົາທຸກຄົວເຮືອນ 10 ຊຸດ, ເຄື່ອງສຸຂະອະນາໄມ 10 ຊຸດ, ເຄື່ອງນຸ່ງຫົ່ມ 2 ຖົງ, ຄອມພິວເຕີ 1 ເຄື່ອງ, ເງິນຊ່ວຍເຫຼືອ 3 ລ້ານກີບ, ຊຶ່ງຕາງໜ້າຮັບໂດຍທ່ານ ອາດ ວິໄລພົນ, ຄະນະປະຈຳພັກເມືອງ, ປະທານກວດກາພັກເມືອງເຟືອງ; ແລະ ຈຸດທີ (3) ຢູ່ຫ້ອງວ່າການເມືອງເຟືອງ ໄດ້ມອບ: ແນວພັນເຂົ້າ 1 ໂຕນ, ເຄື່ອງຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ 3 ຖົງ, ຊຶ່ງຕາງໜ້າກ່າວຮັບໂດຍທ່ານ ທອງດຳ ສີວິໄລລັກ, ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງເຟືອງ.




