ໃນໄລຍະວັນທີ 21-30 ກໍລະກົດ 2024 ຜ່ານມານີ້ ໄດ້ເກີດມີ ຝົນຕົກໜັກຕິດຕໍ່ກັນ ພາໃຫ້ເກີດມີນໍ້າຖ້ວມຢູ່ບາງເມືອງຂອງແຂວງຊຽງຂວາງ ມີເມືອງຄໍາ, ເມືອງພູກູດ ແລະ ເມືອງໝອກ ຜ່ານການປະສານງານ ແລະ ເກັບກຳຂໍ້ມູນໃນເບື້ອງຕົ້ນ ສາມາດສັງລວມຜົນກະທົບ ທັງໝົດ ມີຈໍານວນ 12 ບ້ານ, 198 ຄອບຄົວ, ຈໍານວນພົນ 1.154 ຄົນ, ຍິງ 497 ຄົນ, ຜົນກະທົບດັ່ງກ່າວໄດ້ເຮັດເຮືອນຊານ, ເນື້ອທີ່ທໍາການຜະລິດຂອງປະຊາຊົນທີ່ຖືກຜົນກະທົບ ເຊັ່ນ: ດິນເຈື່ອນທັບຖົມເຮືອນ ຈໍານວນ 1 ຫຼັງ, ເນື້ອທີ່ນາຖືກຜົນກະທົບ ຈໍານວນ 139,6 ເຮັກຕາ, ເສຍຫາຍ 9,5 ເຮັກຕາ, ເນື້ອທີ່ໄຮ່ເຂົ້າຖືກຜົນກະທົບ ຈໍານວນ 11 ເຮັກຕາ, ເນື້ອທີ່ສວນສາລີຖືກຜົນກະທົບ ຈໍານວນ 45 ເຮັກຕາ, ເນື້ອທີ່ສວນພືດອື່ນໆຖືກຜົນກະທົບ ຈໍານວນ 42 ເຮັກຕາ. ນອກຈາກນີ້ຍັງໄດ້ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເຊັ່ນ: ຂົວເປ່ເພ 3 ແຫ່ງ, ເສັ້ນທາງຫຼວງຂອງເມືອງຖືກຕັດຂາດ ແລະ ເປ່ເພ ຈໍານວນ 9 ເສັ້ນ, ທໍ່ຂາດ 4 ຈຸດ, ດິນເຈື່ອນທັບຖົມທາງ 3 ຈຸດ ແລະ ລະບົບນໍ້າລິນ 2 ແຫ່ງ ຄາດຄະເນມູນຄ່າການເສຍຫາຍທັງໝົດໃນເບື້ອງຕົ້ນປະມານ 7,5 ຕື້ກວ່າກີບ.
ສຳລັບການໃຫ້ຄວາມຊ່ວຍເຫຼືອແກ້ໄຂສຸກເສີນ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນເຊັ່ນ: ຂັ້ນແຂວງ, ຂັ້ນເມືອງ ໄດ້ເອົາໃຈໃສ່ຊຸກຍູ້ກັບອໍານາດການປົກຄອງບ້ານໃນການຕິດຕາມ, ຊຸກຍູ້ປະຊາຊົນໃນການຮັບມືກັບໄພພິບັດທີ່ເກີດຂຶ້ນເປັນຢ່າງດີ ແລະ ໄດ້ຊ່ວຍເຫຼືອນໍາເອົາວັດຖຸ, ຊັບສິນ, ສັດລ້ຽງ ແລະ ອື່ນໆ ໄປໄວ້ປອນທີ່ປອດໄພໄດ້ສໍາເລັດ; ໄດ້ສົມທົບກັບອໍານາດການປົກຄອງບ້ານ ສຸມໃສ່ໃນການແກ້ໄຂສຸກເສີນບາງເສັ້ນທາງທີ່ເປ່ເພ ເພື່ອໃຫ້ທ່ຽວໄປມາໄດ້ສະດວກ; ສຸມໃສ່ຊີ້ນໍາບັນດາບັນດາຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງ ເພື່ອສົມທົບກັບອໍານາດການປົກຄອງບ້ານສຸມໃສ່ເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍດ້ານຕ່າງໆທີ່ເກີດຂຶ້ນ.
ສ່ວນການຟື້ນຟູໃນຕໍ່ໜ້າສືບຕໍ່ສົມທົບກັບຂັ້ນເມືອງ ແລະ ອໍານາດການປົກຄອງບ້ານສຸມໃສ່ແກ້ໄຂຟື້ນຟູໃນການຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິ; ສຸມໃສ່ສົມທົບກັບເມືອງ ແລະ ບ້ານໃນການແກ້ໄຂເສັ້ນທາງຫຼວງທ້ອງຖິ່ນ ໃຫ້ສາມາດອໍານວຍຄວາມສະດວກ ໃນການສັນຈອນໄປມາໄດ້ປົກກະຕິ; ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອສຸມໃສ່ເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍດ້ານຕ່າງໆ ເພື່ອຂຶ້ນແຜນຟື້ນຟູ.
ຂ່າວ: ຍຸພິນທອງ





