ໃນບັ້ນຮົບ ປົດປ່ອຍດຽນບຽນຟູ ເຂດທາງແຍກກໍ່ນ່ອຍ ເມືອງມາຍເຊີນ ແຂວງ ເຊີນລາ ສສ ຫວຽດນາມ ແມ່ນໄລຍະທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ. ແຍກກໍ່ນ່ອຍເປັນຈຸດເຊື່ອມຕໍ່ຂອງບັນດາເສັ້ນທາງຄົມມະນາຄົມ ລະຫວ່າງ ເຂດທົ່ງພຽງພາກເໜືອ, ເຂດຖານທີ່ໝັ້ນຫວຽດບັກ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ), ເຂດສີ່ (ແທັງຮວາ, ເງອານ, ຮ່າ ຕິງ, ກວ່າງບິ່ງ, ກວາງຈິ, ເທື່ອທຽນ) ກັບສະໜາມຮົບດຽນບຽນຟູ. ໃນສະໝໍລະພູມຮົບດຽນບຽນຟູ ຢູ່ເຂດສາມແຍກກໍ່ນ່ອຍມີພະນັກງານນັກຮົບ, ຊາວໜຸ່ມຕະລຸມບອນ ແລະ ປະຊາຊົນບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫລະຊີວິດ ປະກອບສ່ວນໃຫ້ແກ່ໄຊຊະນະດຽນບຽນຟູ ໃນວັນທີ 7 ພຶດສະພາ ປີ 1954.
ໂດຍ: ໄໝຄຳ ຍ້ອມສິນ




