ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາລະວັນ ເຄື່ອນຍ້າຍໂບມໃຫຍ່ 500 ປອນ ຈາກຈຸດກວດພົບໄປສະຖານທີ່ທໍາລາຍ

Nov 13, 2025

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນວັນທີ 12 ພະຈິກ 2025, ອົງການເກັບກູ້ລະເບີດແຫ່ງຊາດລາວ (ຄກລ) ປະຈໍາແຂວງສາລະວັນ ພ້ອມທີມງານຊ່ຽວຊານເກັບກູ້ລະເບີດ ລົງສະຖານທີ່ກວດພົບເຫັນໂບມໃຫຍ່ 500 ປອນ ຈໍານວນ 1 ໜ່ວຍ ຢູ່ເສັ້ນທາງເລກ 20 ໃນບໍລິເວນທີ່ກຳລັງມີການກໍ່ສ້າງຂົວຂ້າມນ້ຳເຊເສັດ ເຂດບ້ານແສນວັງໃຫຍ່ ເມືອງ ແລະ ແຂວງສາລະວັນ, ຊຶ່ງພະນັກງານຂອງບໍລິສັດ SECC ລັດວິສາຫະກິດ ກໍ່ສ້າງຄົມມະນາຄົມ ໄດ້ພົບເຫັນໂບມໃຫຍ່ ໃນລະຫວ່າງການຈົກດິນຢູ່ໃນບໍລິເວນພື້ນທີ່ກໍ່ສ້າງຂົວໃໝ່ ແລະ ໄດ້ລາຍງານໃຫ້ຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງສາລະວັນ. ຈາກນັ້ນ, ເຈົ້າໜ້າທີ່ ຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງສາລະວັນ ກໍລົງກວດກາ ແລະ ພິສູດໂບມໃຫຍ່ດັ່ງກ່າວ.

ທ່ານ ຄຳພຽນ ສີລາເພັດ ຫົວໜ້າຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງສາລະວັນ ໄດ້ກ່າວວ່າ: ພາຍຫລັງທີ່ໄດ້ຮັບແຈ້ງຈາກອົງການປົກຄອງ ແຂວງສາລະວັນ ທາງຄະນະຫ້ອງການເກັບກູ້ລະເບີດ ກໍໄດ້ລາຍງານໄປຍັງຫ້ອງການໃຫຍ່ ຄກລ ແຫ່ງຊາດ ເພື່ອຂໍອະນຸຍາດໃຫ້ວິຊາການລົງສຳຫລວດພິສູດໂບມໃຫຍ່ຕົວຈິງ, ພ້ອມສໍາຫລວດເກັບກໍາຜົນກະທົບສິ່ງແວດລ້ອມຕ່າງໆ ພາຍໃນບ້ານແສນວັງໃຫຍ່ ແລະ ບ້ານຂົວເສັດ. ໃນວັນທີ 9 ພະຈິກ 2025 ຜ່ານມາ, ທາງຄະນະຫ້ອງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງສາລະວັນ ໄດ້ແຕ່ງຕັ້ງວິຊາການ ທຳລາຍລະເບີດຂັ້ນສູງ SEOD ຈຳນວນ 2 ທ່ານ, ລົງໄປພິສູດຕົວຈິງ ຜ່ານການພິສູດດ້ານວິຊາການ ໃຫ້ຮູ້ວ່າ: ໂບມໃຫຍ່ 500 ປອນແມ່ນປະເພດ MK 82 GPLD 500 ປອນ, ມີນ້ຳໜັກ 227 ກິໂລກຣາມ ແລະ ຟິວຫົວ M904 ທີ່ຍັງມີຄວາມອັນຕະລາຍ ຊຶ່ງທາງທີມງານ ໄດ້ວາງແຜນກະກຽມເຄື່ອນຍ້າຍໂບມ ແລະ ແຈ້ງເຕືອນປະຊາຊົນທີ່ອາໄສໃນເຂດໃກ້ຄຽງ ຍ້າຍໄປບ່ອນທີ່ປອດໄພ ຕາມຂັ້ນຕອນດ້ານວິຊາການ ເພື່ອຮັບປະກັນດ້ານຄວາມປອດໄພ ໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ຜູ້ສັນຈອນໄປມາຕາມເສັ້ນທາງເລກ 20.


ທ່ານ ສີຈັນ ດວງສາລີ ວິຊາການທໍາລາຍລະເບີດຂັ້ນສູງ ປະຈໍາ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ໂບມທີ່ພົບແມ່ນຖິ້ມຈາກຍົນ ປະເພດ MK 82 GPLD 500 ປອນ, ມີນ້ຳໝັກ 227 ກິໂລກຣາມ, ຟິວຫົວ M904 ຊຶ່ງທີມງານຈະໄດ້ເຄື່ອນຍ້າຍໂບມໃຫຍ່ ໄປສະໝາມ ບ້ານຕະແຫລວ ເມືອງ ແລະ ແຂວງສາລະວັນ ເພື່ອທໍາລາຍຖິ້ມ ໃນນັ້ນ, ໄດ້ໃຊ້ທີມງານເກັບກູ້ ຈຳນວນ 3 ທີມງານ, ມີພະນັກງານ 31 ທ່ານ, ໄດ້ວາງຈຸດຍາມທັງໜົດ 6 ຈຸດ, ວາງຈຸດເຄື່ອນຍ້າຍປະຊາຊົນທີ່ຢູ່ໃກ້ຄຽງ 4 ຈຸດ ອອກຈາກສະຖານທີ່ພົບໂບມໃຫຍ່ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ, ຈາກນັ້ນໃຫ້ທີມງານເກັບກູ້ເຂົ້າໄປເຄື່ອນຍ້າຍ ໂດຍໃຊ້ລົດຍົກ 1 ຄັນ ຊ່ວຍໃນການເຄື່ອນຍ້າຍຄັ້ງນີ້. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ທີ່ພົບເຫັນວັດຖຸທີ່ຄ້າຍຄືລະເບີດ ແມ່ນໃຫ້ແຈ້ງສາຍດ່ວນ ເບີໂທ 1603 ຫລື ຕິດຕໍ່ປະສານງານ ທີ່ຫ້ອງການເກັບກູ້ລະເບີດປະຈໍາ ແຂວງສາລະວັນ ເພື່ອລາຍງານທຸກການບໍລິການແມ່ນບໍ່ໄດ້ເສຍຄ່າ.

ຂ່າວ-ພາບ: ສ.ພະຈັນ