ສຳຜັດກັບຄວາມສຸກໃນປະເທດຈີນ: ອຸດສາຫະກຳດິຈິຕອນ ຈຸດໝາຍໃໝ່ໃນການພັດທະນາຂອງແຂວງສ່ານຊີ

ສື່ມວນຊົນຈາກທັງພາຍໃນປະເທດຈີນ ແລະ ຕ່າງປະເທດ, ໃນນັ້ນ ລວມທັງພາກພາສາລາວຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຫຼາຍກວ່າ 30 ຄົນ ໄດ້ເຂົ້າຮ່ວມກິດຈະກຳຢ້ຽມຢາມພາຍໃຕ້ຫົວຂໍ້ “ສຳຜັດຄວາມສຸກໃນປະເທດຈີນ” ໃນລະຫວ່າງວັນທີ 12-20 ກໍລະກົດນີ້ ທີ່ແຂວງສ່ານຊີ ເຊິ່ງຕັ້ງພາກຕາເວັນຕົກສຽງເໜືອຂອງຈີນ ແລະ ເປັນໜຶ່ງໃນບັນດາແຂວງຂອງຈີນທີ່ມີຄວາມເຂັ້ມແຂງດ້ານການສຶກສາ ແລະ ວິທະຍາສາດ, ທັງມີພະລັງຂັບເຄື່ອນດ້ານນະວັດຕະກຳທີ່ໂດດເດັ່ນ.

ກິດຈະກໍາເລີ່ມຕົ້ນດ້ວຍການໄປສໍາຜັດກັບຄວາມທັນສະໄໝຢູ່ສູນນະວັດຕະກຳປັນຍາປະດິດ ຫຼື AI ພາກຕາເວັນຕົກຂອງຈີນທີ່ນະຄອນຊຽນຢາງ ເພື່ອສຶກສາເບິ່ງການການນຳໃຊ້ເຕັກໂນໂລຊີດິຈິຕອນເພື່ອຍົກລະດັບຊັບພະຍາກອນດ້ານວັດທະນະທຳ ແລະ ການທ່ອງທ່ຽວ. ສູນດັ່ງກ່າວສ້າງຕັ້ງຂຶ້ນໂດຍມຸ່ງເນັ້ນການພັດທະນາອຸດສາຫະກຳປັນຍາປະດິດ ໂດຍໄດ້ປະສານເຕັກໂນໂລຊີ AI, XR ແລະ VR ເຂົ້າກັບອາລະຍະທຳລາຊະວົງສິນອັນຍາວນານກວ່າ 1,000 ປີ ຢ່າງກົມກຽວ, ພ້ອມສ້າງສັນໂຄງການປະສົບການ VR ແບບຮັບຮູ້ຄົບທຸກມິຕິ. ນັກທ່ອງທ່ຽວຍັງສາມາດໃຊ້ເຕັກໂນໂລຊີ XR ປ່ຽນເຄື່ອງນຸ່ງເປັນຊຸດບູຮານ ແລະ ສຳຜັດປະສົບການຕ່າງໆ ທີ່ຄ້າຍຄືຄວາມຈິງ.

ນອກຈາກນັ້ນ ຍັງມີປະສົບການໂຕ້ຕອບອື່ນໆ ເຊັ່ນ: ໂຮງພາບວົງແຫວນ “ບິນຂ້າມເໜືອຜືນແຜ່ນດິນໃນລາຊະວົງສິນ”, ໂຮງພາບບິນຄ້າຍຄືຄວາມຈິງ 7D, ເກມແຂ່ງຂັນ MR ແລະ ຫຸ່ນຍົນອັດສະລິຍະ. ການນຳເຕັກໂນໂລຊີດິຈິຕອນມາຟື້ນຟູມໍລະດົກທາງປະຫວັດສາດ ໄດ້ສະທ້ອນໃຫ້ເຫັນຮູບແບບໃໝ່ຂອງການຫຼອມລວມວັດທະນະທຳກັບການທ່ອງທ່ຽວທີ່ກົມກຽວ, ທັງສະແດງໃຫ້ເຫັນຄວາມມີຊີວິດຊີວາໃໝ່ຂອງອຸດສາຫະກຳການທ່ອງທ່ຽວດິຈິຕອນໃນນະຄອນສຽນຢາງ, ແຂວງສ່ານຊີ.

ປັດຈຸບັນ ສູນນະວັດຕະກຳ AI ພາກຕາເວັນຕົກຂອງຈີນ ມີບໍລິສັດ AI ເຂົ້າຮ່ວມເກືອບ 20 ແຫ່ງ ແລະ ຮວບຮວມນັກວິຊາການລະດັບປະລິນຍາໂທ ແລະ ປະລິນຍາເອກ ຫຼາຍກວ່າ 100 ຄົນ. ພື້ນທີ່ສະແດງ AI ໄດ້ເປີດໃຫ້ມວນຊົນເຂົ້າຊົມໃນປີ 2025 ແລະ ຫຼັງຈາກໂຄງການທັງໝົດເປີດນຳໃຊ້ຢ່າງສົມບູນ ຈະກາຍເປັນແກນກາງສຳຄັນໃນການຂັບເຄື່ອນເສດຖະກິດດິຈິຕອນ ແລະ ອຸດສາຫະກຳປັນຍາປະດິດຂອງນະຄອນສຽນຢາງ ທີ່ເຂັ້ມແຂງໃນອະນາຄົດ.




