ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳພາດ ແລະ ຂຶ້ນທະບຽນແຮງງານທີ່ເມືອງໂພນໂຮງ ເພື່ອໄປເຮັດວຽກຢູ່ ສ.ເກົາຫລີ

Dec 6, 2024

ສຳພາດ ແລະ ຂຶ້ນທະບຽນແຮງງານທີ່ເມືອງໂພນໂຮງ ເພື່ອໄປເຮັດວຽກຢູ່ ສ.ເກົາຫລີ
ຫ້ອງວ່າການເມືອງໂພນໂຮງ, ແຂວງວຽງຈັນ ຈັດພິທີສຳພາດແຮງງານແລະ ຂຶ້ນທະບຽນແຮງງານທີ່ໄປເຮັດວຽກຢູ່ ສ. ເກົາຫລີ ໃນວັນທີ 5 ທັນວາ 2024 ໂດຍການເປັນປະທານຂອງ ທ່ານ ສົມ ປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ.
ທ່ານ ສຳພັນ ບົວລີວັນ ຫົວໜ້າຂະແໜງຄຸ້ມຄອງແຮງງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ໄດ້ຜ່ານມາດຖານ ແລະ ເງື່ອນໄຂຂອງການຮັບແຮງງານວ່າ: ສະເພາະ ເມືອງໂພນໂຮງ ບໍລິສັດມີຄວາມຕ້ອງການແຮງງານຫລາຍກວ່າ 500 ຄົນ ເພື່ອໄປເຮັດວຽກ ຢູ່ເມືອງຈອງຈຸ ແລະ ເມືອງ ຈອງຊອງ ແຂວງຊຸງຊອງບັອກໂດ ສ.ເກົາຫລີ, ຊຶ່ງຜູ້ທີ່ຈະສະໝັກ ແລະ ເຂົ້າສຳພາດຕ້ອງມີອາຍຸລະຫວ່າງ 25-40 ປີ, ເປັນພົນລະເມືອງລາວທີ່ອາໄສ ແລະ ຂຶ້ນສຳມະໂນຄົວຢູ່ ເມືອງໂພນໂຮງ, ປະກອບອາຊີບດ້ວຍການອອກແຮງງານເປັນຕົ້ນຕໍ, ສຳລັບເພດຍິງຕ້ອງບໍ່ຖືພາ ແລະ ບໍ່ມີລູກນ້ອຍທີ່ອາຍຸຕໍ່າກວ່າ 1 ປີ, ມີສຸຂະພາບແຂງ ແຮງ, ບໍ່ມີພະຍາດຕິດຕໍ່ຮ້າຍແຮງ, ບໍ່ມີຄະດີ, ບໍ່ຕິດສິ່ງເສບຕິດ, ສາມາດອ່ານ ແລະ ຂຽນພາສາລາວໄດ້ ທີ່ສຳຄັນຕ້ອງມີໂທລະສັບສະມາດໂຟນ ທີ່ສາມາດຕິດຕໍ່ທາງອິນເຕີເນັດໄດ້. ການສຳພາດແຮງງານຄັ້ງນີ້ ແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ.
ໃນໂອກາດນີ້, ທ່ານ ສົມປະສົງ ສຸວົງຄຳຈັນ ໄດ້ມີຄຳເຫັນໂອ້ລົມຕໍ່ແຮງງານທີ່ຈະເດີນທາງໄປເຮັດວຽກຢູ່ ສ ເກົາຫລີ ໂດຍສະເພາະ ສະພາບຂອງການເຮັດວຽກ, ສະພາບອາກາດ, ອາຫານການກິນ, ພ້ອມທັງຮຽກຮ້ອງເຖິງບັນດາແຮງງານ, ໃຫ້ມີຄວາມເອົາໃຈໃສ່ເຮັດວຽກງານດ້ວຍຄວາມຫ້າວຫັນ, ປະຕິບັດຕາມກົດລະບຽບຂອງບໍລິສັດ, ກໍຄືກົມຈັດຫາງານຢ່າງເຂັ້ມງວດ, ສູ້ຊົນ, ອົດທົນ, ປະຢັດ ເພື່ອໃຫ້ປະສົບຜົນສຳເລັດຕາມຄາດໝາຍ.
ຂ່າວ: ພອນມາລາ ທະວີສັກ