ສໍາມະນາກອນຈາກຄະນະໂຄສະນາອົບຮົມບັນດາແຂວງ ແລະ ນະຄອນຫຼວງ ພ້ອມດ້ວຍສື່ມວນຊົນລາວ ຈໍານວນ 15 ຄົນ ໄດ້ສໍາເລັດການອົບຮົມກ່ຽວກັບວຽກງານການນໍາພາ-ຄຸ້ມຄອງສື່ມວນຊົນຢູ່ປະເທດຫວຽດນາມ ພິທີປິດຊຸດອົບຮົມຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ທັນວາ 2025 ທີ່ສະຖາບັນໂຄສະນາ ແລະ ຂ່າວສານ ຫວຽດນາມ ພາຍຫຼັງດຳເນີນມາເປັນເວລາເກືອບ 2 ເດືອນ ໂດຍການເຂົ້າຮ່ວມຂອງທ່ານ ຟ້າມມີ່ງເຊີ່ນ ຫົວໜ້າສະຖາບັນໂຄສະນາ ແລະ ຂ່າວສານຫວຽດນາມ, ທ່ານ ຄໍາຕັນ ສົມວົງ ທີ່ເປິກສາສຶກສາ-ວັດທະນະທຳ ສະຖານທູດລາວປະຈໍາຫວຽດນາມ ພ້ອມດ້ວຍນັກສຶກສາລາວທີ່ຮຽນຢູ່ສະຖາບັນດັ່ງກ່າວ.

ຊຸດອົບຮົມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຫຼັກແຫຼ່ງດ້ານການນໍາພາ ແລະ ຄຸ້ມຄອງສື່ມວນຊົນລາວ ໃຫ້ໄດ້ຮັບການພັດທະນາທາງດ້ານປະລິມານ ແລະຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຂົງເຂດສື່ມວນຊົນໃນໄລຍະໃໝ່ ເປັສການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽນາມ, ຫວຽດນາມ-ລາວ ໂດຍສະເພາະຂົງເຂດສື່ມວນຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຕະຫຼອດໄລຍະຝຶກອົບຮົມສໍາມະນາກອນໄດ້ຄົ້ນຄ້ວາລົງເລິກທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນຈໍານວນ 23 ຫົວຂໍ້ ຊຶ່ງລ້ວນແຕ່ມີຄວາມໝາຍ ແລະ ສໍາຄັນເປັນຢ່າງຍິ່ງຕໍ່ວຽກງານພັດທະນາສື່ມວນຊົນຂອງລາວ ເປັນຕົ້ນ: ວຽກງານການນໍາພາຂອງພັກ ແລະ ການຄຸ້ມຄອງລັດຂອງສື່ມວນຊົນໃນສະພາບການໃໝ່, ທັກສະການຄຸ້ມຄອງຂ່າວ ແລະ ສື່ມວນຊົນໃນຍຸກດິຈິຕອນ, ການຄຸ້ມຄອງຂະບວນການສ້າງເນື້ອໃນ, ການຜະລິດຂ່າວຂອງສື່ມວນຊົນໃນຍຸກດິຈິຕອນ, ການນໍາໃຊ້ປັນຍາປະດິດ ຫລື AI ເຂົ້າໃນວຽກງານສື່ມວນຊົນ, ລວມເຖິງຫົວຂໍ້ຕ່າງໆອີກຈໍານວນໜຶ່ງ. ບັນດາຄູອາຈານທີ່ມາສິດສອນຖ່າຍທອດບົດຮຽນ ລ້ວນແຕ່ເປັນຊ່ຽວຊານສະເພາະດ້ານທີ່ມີປະສົບການ, ມີຄວາມຮູ້ຄວາມສາມາດທີ່ດີເດັ່ນ ແລະ ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ລວມທັງຜູ້ທີ່ກໍາລັງເຮັດວຽກຂັ້ນການນໍາຢູ່ຂົງເຂດສື່ມວນຊົນໃນແຖວໜ້າຂອງຫວຽດນາມ.
ນອກຈາກສຶກສາຄົ້ນຄວ້າທາງດ້ານທິດສະດີແລ້ວ ຄະນະຮັບຜິດຊອບຊຸດອົບຮົມຂອງສະຖາບັນໂຄ ສະນາ ແລະ ຂ່າວສານຫວຽດນາມ ຍັງໄດ້ນໍາພາສໍາມະນາກອນລາວ ເຄື່ອນໄຫວຢ້ຽມຢາມ, ແລກປ່ຽນ ແລະ ຖອດຖອນບົດຮຽນ ຢູ່ບັນດາອົງການສື່ມວນຊົນທີ່ສຳຄັນຂອງຫວຽດນາມ, ແລກປ່ຽນບົດຮຽນດ້ານວຽກງານນໍາພາ-ຄຸ້ມຄອງສື່ມວນຊົນຢູ່ສໍານັກງານໜັງສືພິມ, ວິທະຍຸ ແລະ ໂທລະພາບແຂວງແທັງຮວາ ແລະ ແຂວງຮາຍຟອງ ຊຶ່ງທັງສອງແຂວງລ້ວນແຕ່ມີບົດຮຽນທີ່ດີໃນການພັດທະນາຂົງເຂດສື່ມວນຊົນ ໂດຍສະເພາະວຽກງານການຫັນເປັນດິຈິຕອນ ລວມທັງພື້ນຖານການພັດທະນາເສດຖະກິດ-ສັງຄົມ ພາຍຫຼັງການສັບຊ້ອນ ແລະ ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆນັບທັງສູນກາງ ແລະ ທ້ອງຖິ່ນຂອງຫວຽດນາມ.

ຊຸດອົບຮົມຄັ້ງນີ້ຈັດຂຶ້ນໂດຍການຮ່ວມມື ລະຫວ່າງກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນໂຄສະນາ ແລະ ຂ່າວສານຂອງຫວຽດນາມ. ຊຶ່ງສະຖາບັນໂຄສະນາ ແລະ ຂ່າວສານຫວຽດນາມ ໄດ້ກຳນົດວ່າ ການບໍາລຸງສ້າງ ແລະ ຝຶກອົບຮົມໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງສື່ມວນຊົນ ແລະ ໂຄສະນາຂອງລາວ ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງອັນສໍາຄັນຂອງສະຖາບັນ ນັບແຕ່ປີ 2012 ມາຮອດປັດຈຸບັນສະຖາບັນແຫ່ງນີ້ ສາມາດຍົກລະດັບໃຫ້ພະນັກງານຄຸ້ມຄອງສື່ມວນຊົນລາວໄດ້ຫຼາຍກວ່າ 160 ຄົນ.


ຂ່າວ-ພາບ : ຈັນທະສອນ


