ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາກ່ຽວກັບຫຼັກການພື້ນຖານການນຳໃຊ້ພາສາລາວ

Mar 19, 2024

ສຳມະນາກ່ຽວກັບຫຼັກການພື້ນຖານການນຳໃຊ້ພາສາລາວ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບຫຼັກການພື້ນຖານການນຳໃຊ້ພາສາລາວ ຂຶ້ນໃນວັນທີ 18 ມີນາ ນີ້ ທີ່ໂຮງແຮມດອນຈັນພາເລດ, ນະ ຄອນ ຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາ ລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ພາສາລາວ ແລະ ອັກ ສອນລາວ ເປັນພາສາ ແລະ ອັກສອນທາງການ, ເປັນເຄື່ອງມືສໍາລັບການຮຽນ-ການສອນ, ການຖ່າຍທອດຄວາມຮູ້ວິຊາຕ່າງໆໃນສະຖານທີ່ການສຶກສາ, ເປັນເຄື່ອງມືໃນການສື່ສານຢູ່ໃນສັງຄົມລາວ. ນອກນັ້ນ, ພາສາລາວ ຍັງເປັນວິຊາຮຽນໜຶ່ງທີ່ສໍາຄັນ ຢູ່ໃນລະບົບໂຮງຮຽນຂອງລາວ ໂດຍສະເພາະແມ່ນສາມັນສຶກສາ. ຢ່າງ ໃດກໍຕາມ ໃນການນໍາໃຊ້ພາສາລາວ, ພວກເຮົາຍັງພົບເຫັນບາງບັນຫາ ທີ່ຍັງບໍ່ທັນເປັນເອກະພາບກັນ ທີ່ຂຶ້ນກັບປັດໃຈຕ່າງໆ ທາງດ້ານຫຼັກໄວຍາກອນລາວ (ຫຼັກການໃຊ້ພາສາ), ການຮຽນ- ການສອນພາສາ, ການໃຊ້ພາສາລາວໃນສັງຄົມ ແລະ ອິດທິພົນຂອງພາສາປະເທດເພື່ອນບ້ານ ກໍຄືພາສາຕ່າງປະເທດອື່ນໆ
ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຕັ້ງສູນຄົ້ນຄວ້າພາສາລາວ ແລະ ຄະນະກໍາມະການຄົ້ນຄວ້າພາສາລາວຂຶ້ນ ໃນປີ 2022. ຫຼັງຈາກນັ້ນ ຄະນະກໍາມະການດັ່ງກ່າວ ໄດ້ດໍາເນີນວຽກ ງານຂອງຕົນ ໂດຍໄດ້ດໍາເນີນການຄົ້ນຄວ້າຮຽບຮຽງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ ລວມທັງການຂຽນຄໍາພາສາລາວດ້ວຍອັກສອນ Latin ແລະ ການຂຽນທັບສັບພາສາຕ່າງປະເທດຈໍານວນໜຶ່ງ; ໄດ້ຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ ແລະ ປຶ້ມປະຫວັດວັນນະຄະດີລາວ. ນອກນັ້ນ, ກໍໄດ້ຄົ້ນຄວ້າວິທີສອນພາສາລາວສໍາລັບນັກຮຽນຊົນເຜົ່າ ໂດຍຜ່ານການຝຶກເວົ້າ ເພື່ອກຽມຄວາມພ້ອມສໍາລັບຮຽນຕາມປຶ້ມແບບຮຽນທົ່ວໄປ, ປັບປຸງການຮຽນ-ການສອນພາສາລາວຢູ່ຊັ້ນປະ ຖົມ ແລະ ມັດທະຍົມສຶກສາ, ການທີ່ຈະໃຫ້ການນໍາໃຊ້ພາສາລາວມີຄວາມເປັນເອກະພາບກັນນັ້ນ, ກ່ອນອື່ນໝົດຕ້ອງມີຫຼັກການພື້ນ ຖານທີ່ເປັນບ່ອນອີງ, ຫຼັງຈາກນັ້ນ ຜູ້ໃຊ້ພາສາລາວ ຈະຕ້ອງມີສະ ຕິ ເຄົາລົບ ແລະ ປະຕິບັດຕາມຫຼັກການທີ່ໄດ້ຕົກລົງເອກະພາບກັນ. ຄືດັ່ງ ທ່ານ ພູມີ ວົງວິຈິດ ໄດ້ເວົ້າວ່າ: “ຫຼັກການ ແລະ ຄໍາສັບຄໍາເວົ້າທີ່ໃຊ້ແມ່ນໃຫ້ເປັນອັນງ່າຍ ໃຫ້ມະຫາຊົນຜູ້ມີຄວາມຮູ້ສູງ ຫຼື ຕ່ຳພຽງໃດກໍເຂົ້າໃຈໄດ້, ສະດວກໃນການນໍາໃຊ້, ບໍ່ກົດໜ່ວງ, ແຕ່ຊຸກຍູ້ຄວາມຈະເລີນກ້າວໜ້າຂອງຊາດ”.
ທ່ານໃຫ້ທັດສະນະວ່າ: “ພາສາຂຽນຂອງລາວແມ່ນຂຽນຕາມສໍານຽງສຽງເວົ້າຂອງລາວ, ຕາມແບບກະທັດຮັດ, ບໍ່ໃຫ້ມີຕົວອັກ ສອນເຫຼືອຢູ່ໃນຄຳເວົ້າ ແລະ ບໍ່ໃຫ້ມີຄຳເວົ້າເຫຼືອຢູ່ໃນປະໂຫຍກ”.
ສະນັ້ນ, ການຄົ້ນຄວ້າ ແລະ ກໍານົດຫຼັກການນໍາໃຊ້ພາສາລາວ ຕ້ອງສືບຕໍ່ກ້າວໄປຂ້າງໜ້າຕາມຫຼັກການຂຽນຕາມສຽງໃນໄວຍາ ກອນປັດຈຸບັນ, ເຖິງຢ່າງໃດກໍຕາມ, ການຄົ້ນຄວ້າ ແລະ ພັດທະນາພາສາລາວ ຕ້ອງຄໍານຶງເຖິງລັກສະນະສັງຄົມຂອງພາສາ ໝາຍວ່າ ຕ້ອງສຶກສາສະພາວະຄວາມເປັນຈິງຂອງການນໍາໃຊ້ໃນຊີວິດຕົວຈິງ ໃນວຽກງານລັດຖະການ, ໃນຊີວິດປະຈໍາວັນຂອງປະຊາຊົນ ລວມທັງຄ່ານິຍົມຂອງຄົນສ່ວນຫຼາຍທີ່ສົມເຫດສົມຜົນ. ພາສາປາກ ເວົ້າຈະເວົ້າຕາມສຽງສໍານຽງຂອງທ້ອງຖິ່ນໃດກໍໄດ້, ແຕ່ເວລາຂຽນໃຫ້ຂຽນເອກະພາບກັນ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຼັກການພື້ນຖານການນໍາໃຊ້ພາສາລາວ ປະກອບມີການນຳໃຊ້ຕົວອັກສອນລາວ, ການນໍາໃຊ້ວະລີ ແລະ ປະໂຫຍດໃນພາສາລາວ, ການນຳໃຊ້ຄຳໃນພາສາລາວ, ຫຼັກການ ແລະ ວິທີແຕ່ງກາບກອນ; ການຂຽນພາສາລາວດ້ວຍອັກສອນລາແຕັງ ແລະ ການຂຽນທັບສັບພາສາຕ່າງປະເທດ ປະກອບມີ ການຂຽນພາສາລາວດ້ວຍອັກສອນລາແຕັງ, ການຂຽນທັບສັບພາສາຝຣັ່ງ, ການຂຽນທັບສັບພາສາອັງກິດ, ການຂຽນທັບສັບພາສາຣັດ ເຊຍ, ການຂຽນທັບສັບພາສາຫວຽດນາມ, ພາສາຈີນ, ພາສາຍີ່ປຸ່ນ ແລະ ພາສາ ເກົາຫຼີ.
ຂ່າວ-ພາບ: ຍຸພິນທອງ