ກອງປະຊຸມສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 (17th AFML) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ພະຈິກນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າອົງການຜູ້ອອກແຮງງານ, ຕາງໜ້າອົງການຜູ້ໃຊ້ແຮງງານ ແລະ ອົງການຈັດຕັ້ງທາງສັງຄົມ ຈາກປະເທດສະມາຊິກອາຊຽນ, ປະເທດຕີມໍແລັດສະເຕໃນນາມຜູ້ສັງເກດການ, ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.
ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ວຽກງານເບິ່ງແຍງດູແລ ແລະ ການເຄື່ອນຍ້າຍແຮງງານໃນອາຊຽນ” ໄດ້ກໍານົດ 2 ຫົວຂໍ້ຍ່ອຍຄື: ຕອບສະໜອງຄວາມຕ້ອງການໃນວຽກງານເບິ່ງແຍງດູແລ ຜ່ານການເຄື່ອນຍ້າຍແຮງງານ ແລະ ເພີ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອອກແຮງງານເຄື່ອນຍ້າຍເບິ່ງແຍງດູແລ, ເວທີສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 ປະກອບດ້ວຍການທົບທວນ ຄືນການຈັດຕັ້ງປະຕິບັດບັນດາຄຳແນະນຳກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ໃນໄລຍະຜ່ານມາ, ການນຳສະເໜີກ່ຽວກັບບົດຮຽນໃນການຈັດຕັ້ງປະຕິບັດວຽກງານເບິ່ງແຍງດູແລ, ແບ່ງກຸ່ມປຶກສາຫາລື ແລະ ແລກປ່ຽນເພື່ອສ້າງເປັນຄຳແນະນຳຈາກເວທີສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 ໂດຍປະເທດສະມາຊິກອາຊຽນ, ອົງການ ຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ, ຈຸດປະສົງເພື່ອລາຍງານປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບວຽກເບິ່ງແຍງດູແລ ແລະ ເຄື່ອນຍ້າຍແຮງງານໃນອາຊຽນ ເພື່ອແນະນຳກ່ຽວກັບວຽກເບິ່ງແຍງດູແລ ແລະ ເຄື່ອນຍ້າຍແຮງງານໃນອາຊຽນ ຈາກເວທີສຳມະນາເພື່ອເປັນພື້ນຖານໃຫ້ແກ່ຄະນະກຳມະການຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອອກແຮງງານເຄື່ອນຍ້າຍນຳໄປຜັນຂະຫຍາຍ.
ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ການເພີ່ມຂຶ້ນຂອງຜູ້ອາຍຸສູງຢູ່ບັນດາປະເທດພັດທະນາ ສົ່ງຜົນເຮັດໃຫ້ຂາດແຄນແຮງງານໂດຍສະເພາະຜູ້ອອກແຮງງານໃນຂົງເຂດເບິ່ງແຍງດູແລ. ໃນປີ 2015 ທົ່ວໂລກຕ້ອງການຜູ້ເບິ່ງແຍງຜູ້ສູງອາຍຸ ຫຼາຍກວ່າ 110 ລ້ານຄົນ ແລະ ຮອດປີ 2030 ຕ້ອງການປະມານ 163 ລ້ານຄົນ ແລະ ໃນອາຊີ ຜູ້ອາຍຸສູງເພີ່ມຂຶ້ນຈາກ 3.7% ໃນປີ 2015 ເປັນ 4.9% ໃນປີ 2030. ສະນັ້ນ, ເພື່ອເປັນການສົ່ງ ເສີມການເຄື່ອນຍ້າຍແຮງງານໃນຂົງເຂດເບິ່ງແຍງດູແລ ປະເທດຮັບຕ້ອງເອົາໃຈໃສ່ໃນການສ້າງເງື່ອນໄຂດຶງດູດຜູ້ອອກແຮງງານເຄື່ອນຍ້າຍໃນຂົງເຂດເບິ່ງແຍງດູແລ. ໃນຂະນະດຽວກັນປະເທດສົ່ງຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນຍ້າຍ ລວມທັງຮັບປະກັນດ້ານຄຸນນະພາບຂອງຜູ້ເບິ່ງແຍງດູແລ. ດັ່ງນັ້ນ, ບັນດາຄໍາແນະນໍາຈາກເວທີສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 (17th AFML) ຈະກາຍເປັນອົງປະກອບທີ່ສຳຄັນໃຫ້ແກ່ການປັບປຸງ ແລະ ພັດທະນານະໂຍບາຍກ່ຽວກັບວຽກງານເບິ່ງແຍງດູແລໃນລະດັບປະເທດ, ໃນກອບການຮ່ວມມືສອງຝ່າຍ ແລະ ພາກພື້ນໂດຍຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳເພື່ອສ້າງເງື່ອນໄຂສະດວກ ແລະ ປົກປ້ອງຜູ້ເບິ່ງແຍງດູແລບົນພື້ນຖານຖະແຫຼງການອາຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອອກແຮງງານເຄື່ອນຍ້າຍ.
ຂ່າວ-ພາບ: ບຸນອູ້ມ




