ການສຳມະນາດ້ານເນື້ອໃນຂອງ ກອງປະຊຸມກໍາມາທິການວຽກງານສັງຄົມ ເພື່ອກຽມພ້ອມຮັບໃຊ້ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈັດຂຶ້ນໃນລະຫວ່າງວັນທີ 7-9 ຕຸລາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຕາ ເທບພະວົງ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ທ່ານ ນາງ ຫງວຽນ ເຕື່ອງ ເວິນ ອະດີດເລຂາທິການໃຫຍ່ໄອປາ, ຮອງປະທານຄະນະອຳນວຍການສູນລັດຖະສະພາອາຊີ (PCAia).
ຈຸດປະສົງຂອງກອງປະຊຸມ ເພື່ອຍົກສູງຂີດຄວາມສາມາດໃນການເປັນເຈົ້າພາບ ກໍຄື ການກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນທັດສະນະໃນການເປັນປະທານກອງປະຊຸມ, ການກະກຽມເນື້ອໃນຕ່າງໆ, ສ້າງຄວາມເປັນເອກະພາບດ້ານທັດສະນະກ່ຽວກັບຫລັກການ, ວິທີການ ແລະ ຂັ້ນຕອນການບັນຊາກອງປະຊຸມ ແລະ ການຄົ້ນຄວ້າປະກອບຄໍາເຫັນຕໍ່ບັນດາຮ່າງມະຕິຂອງກອງປະຊຸມ.
ຕະຫລອດໄລຍະສໍາມະນາ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມຮູ້ພື້ນຖານ ກ່ຽວກັບວິທີການເປັນປະທານ, ດຳເນີນ ແລະ ເຂົ້າຮ່ວມໃນກອງປະຊຸມກຳມາທິການດ້ານສັງຄົມຂອງ AIPA; ການກະກຽມຮ່າງມະຕິ, ບົດລາຍງານ, ຄຳເຫັນ; ຮ່າງມະຕິວ່າດ້ວຍການເພີ່ມທະວີການຮ່ວມມື ໃນການຄວບຄຸມຢາສູບ ແລະ ຊົມໃຊ້ສານນິໂກຕິນ; ຮ່າງມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາ ກ່ຽວກັບນະວັດຕະກຳການຮັກສາສຸຂະພາບແບບອັດສະລິຍະ; ຮ່າງມະຕິວ່າດ້ວຍການຮ່ວມແຮງຮ່ວມໃຈໃນການປະຕິບັດແຜນງານກ່ຽວກັບສົນທິສັນຍາ ປລາສະຕິກໂລກ; ຮ່າງມະຕິວ່າດ້ວຍການສົ່ງເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານຂອງຜູ້ອາຍຸສູງໃນອາຊຽນ; ຂໍ້ມູນກ່ຽວກັບວຽກງານການຄວບຄຸມຢາສູບ ແລະ ການຊົມໃຊ້ສານນິໂກຕິນຢູ່ ສປປ ລາວ ແລະ ບົດຮຽນທີ່ດີໃນການຄວບຄຸມວຽກງານດັ່ງກ່າວ ຂອງບາງປະເທດສະມາຊິກອາຊຽນ; ການກຳນົດນະໂຍບາຍ, ຍຸດທະສາດ, ແຜນງານ, ໂຄງການ, ກິດຈະກຳ ກ່ຽວກັບນະວັດຕະກຳການຮັກສາສຸຂະພາບແບບອັດສະລິຍະ; ສະພາບການປະຕິບັດແຜນງານກ່ຽວກັບສົນທິສັນຍາ ປລາສະຕິກໂລກຂອງ ສປປ ລາວ; ສະພາບການຈັດຕັ້ງປະຕິບັດການສົ່ງເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານສຳລັບຜູ້ອາຍຸສູງໃນ ສປປ ລາວ ແລະ ບົດຮຽນທີ່ດີຂອງປະເທດສະມາຊິກອາຊຽນ.
ຂ່າວ: ກົງທະນູຄຳ ພິພັດເສລີ




