ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາທາງວິຊາການ “ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ”

Dec 20, 2024

ສະຖາບັນເລືອດແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາທາງວິຊາການໃນຫົວຂໍ້:“ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ” ຂຶ້ນໃນວັນທີ 19 ທັນວານີ້ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ H.E Mr. Taiju Kikuchi ຕາງໜ້າສະຖານທູດຍີ່ປຸ່ນປະຈໍາລາວ, ທ່ານ Daido Fujita ຊ່ຽວຊານທີ່ປຶກສາໂຄງການພັດທະນາຄວາມໝັ້ນຄົງຂອງມະນຸດ, ສະຖານທູດຍີ່ປຸ່ນ, ມີບັນດາທ່ານຜູ້ຊ່ຽວຊານ ຈາກສູນເລືອດ ອົງການກາແດງຍີ່ປຸ່ນ, ຕາງໜ້າກົມປິ່ນປົວ ກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍສູນກາງ, ບັນດາແຂກຖືກເຊີນ ພ້ອມດ້ວຍຄະນະແລະພະນັກງານວິຊາການ.
ທ່ານ ຄໍາລາວັນ ຈັນທະລາວັນ ກ່າວວ່າ: ກອງປະຊຸມສຳມະນາທາງວິຊາການໃນຫົວຂໍ້ “ມາດຕະການໃນການຮັບປະກັນການສົ່ງເລືອດທີ່ປອດໄພ” ໂດຍໄດ້ຮັບການສະໜັບສະໜູນຂອງຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນໃນມື້ນີ້ ຖືວ່າສຳຄັນ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງ ວິຊາການທີ່ເຮັດວຽກຕົວຈິງໃນວຽກງານການສົ່ງເລືອດ ຂອງສອງປະເທດ ເພື່ອພ້ອມກັນພັດທະນາໃຫ້ວຽກງານການສົ່ງເລືອດຢູ່ ສປປ ລາວ ໃຫ້ມີຄວາມປອດໄພ ແລະ ມີຄຸນນະພາບຫຼາຍຂຶ້ນ. ເລືອດແມ່ນບໍ່ສາມາດໄດ້ມາຈາກແຫຼ່ງອື່ນໄດ້, ນອກຈາກການບໍລິຈາກ ຂອງມະນຸດດ້ວຍກັນເທົ່ານັ້ນ. ປັດຈຸບັນ ເຖິງແມ່ນວ່າ ວິທະຍາສາດຈະທັນສະໄໝກໍຕາມ ແຕ່ກໍຍັງບໍ່ທັນສາມາດຜະລິດເລືອດໄດ້ເທື່ອ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປຸກລະດົມການບໍລິຈາກເລືອດໃນທົ່ວສັງຄົມ. ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກ ສາມາດຊ່ວຍຊີວິດຄົນເຈັບໄດ້ ແລະ ການຕອບສະໜອງເລືອດເຂົ້າໃນການປິ່ນປົວ ຍັງເປັນສິ່ງສໍາຄັນໃນການພັດທະນາຄຸນນະພາບຊີວິດ ທັງໃນການຮັກສາຊີວິດຂອງແມ່ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເປັນການປະກອບສ່ວນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ໂດຍສະເພາະສະພາບໂຕເລກການຕາຍຂອງແມ່ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ມີຫຼາຍກໍລະນີ ທີ່ມີອາການສົນ ຊຶ່ງຈໍາເປັນຕ້ອງມີເລືອດຕອບສະໜອງໃຫ້ພຽງພໍ ແລະ ປອດໄພ ຢູ່ໃນທຸກລະດັບ ແຕ່ສູນກາງຮອດທ້ອງຖິ່ນ.
ນອກນັ້ນ, ກໍຍັງມີຄົນເຈັບເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງເນື່ອງຈາກພະຍາດໄຂ້ຍຸງ (Malaria), ໄຂ້ເລືອດອອກລວມເຖິງຄົນເຈັບທີ່ຜິດປົກກະຕິຂອງລະບົບການສ້າງເມັດເລືອດໃນແອ້ກະດູກ. ການຜ່າຕັດຊະນິດຕ່າງໆ, ອຸບັດເຫດໃນພາວະສຸກເສີນ, ໄພທໍາມະຊາດ, ຄົນເຈັບພະຍາດເລືອດ, ທາລາດເຊເມຍ, ພະຍາດມະເຮັງ, ໄຂ່ຫຼັງຊຸດໂຊມ ລ້ວນແລ້ວແຕ່ມີຄວາມຈໍາເປັນຕ້ອງການເລືອດເພື່ອໃຫ້ມີຊີວິດຢູ່ລອດ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ການມີເລືອດພຽງພໍເພື່ອຕອບສະໜອງໃຫ້ແກ່ຄົນເຈັບ ຖືວ່າ ເປັນປັດໃຈໜຶ່ງທີ່ຂາດບໍ່ໄດ້ຢູ່ໃນປະເທດຂອງພວກເຮົາ ລວມທັງຢູ່ໃນໂລກ.
ສໍາລັບ ສປປລາວ, ເພື່ອໃຫ້ມີການບໍລິຈາກເລືອດຢ່າງສະໝໍ່າສະເໝີ, ພຽງພໍ ແລະປອດໄພທັງຜູ້ໃຫ້ ແລະຜູ້ຮັບນັ້ນໜ່ວຍງານພາກລັດ, ອົງການກາແດງແຫ່ງຊາດລາວ, ສະຖາບັນເລືອດແຫ່ງຊາດ ແລະກະຊວງສາທາລະນະສຸກ ພ້ອມທັງ ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ໄດ້ດຳເນີນການກຽມຄວາມພ້ອມໃນການວາງໂຄງສ້າງການຮັບບໍລິຈາກເລືອດ ທີ່ຈະເພີ່ມຫຼາຍຂຶ້ນຈາກຜູ້ບໍລິຈາກເລືອດແບບສະໝັກໃຈ, ການບໍລິຫານຈັດການດ້ານສຸຂະພາບຂອງຜູ້ບໍລິຈາກເລືອດ ເພື່ອໃຫ້ມີຄຸນນະພາບດ້ານການບໍລິການໃຫ້ແກ່ຜູ້ບໍລິຈາກເລືອດ, ຄວບຄຸມຄຸນນະພາບການກວດວິເຄາະ ແລະ ການຄວບຄຸມຄຸນນະພາບໃນການເກັບຮັກສາເລືອດ ແລະ ສ່ວນປະກອບຂອງເລືອດ ແມ່ນມີຕາໜ່າງການບໍລິການເລືອດ ເຊັ່ນ: ສະຖາບັນເລືອດແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ, ສູນເລືອດແຂວງ 17 ແຂວງ ແລະ ໜ່ວຍເກັບຮັກສາເລືອດຂັ້ນເມືອງ 32 ເມືອງ. ໂດຍໄດ້ມີການຕັ້ງເປົ້າໝາຍເພື່ອສູ້ຊົນໃຫ້ບັນລຸໃນແຕ່ລະປີ ແລະ ມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ຄໍາລາວັນ ຈັນທະລາວັນ ກ່າວຕື່ມວ່າ: ເລືອດທີ່ປອດໄພ ແມ່ນມາຈາກຜູ້ບໍລິຈາກເລືອດແບບສະໝັກໃຈທີ່ປອດໄພ, ຕ້ອງໄດ້ຜ່ານຂັ້ນຕອນທາງດ້ານວິຊາການຢ່າງເຂັ້ມງວດໃນການກວດວິເຄາະ, ການແຍກສ່ວນປະກອບຂອງເລືອດ, ການເກັບຮັກສາ ແລະ ການຂົນສົ່ງໃນເງື່ອນໄຂທີ່ຖືກຕ້ອງ. ອັນສຳຄັນອີກກໍແມ່ນການນໍາໃຊ້ເລືອດ ແລະ ສ່ວນປະກອບຂອງເລືອດຂອງບັນດາທ່ານໝໍ ແລະ ພະຍາບານຢູ່ຕາມສະຖານທີ່ປິ່ນປົວຕ່າງໆຍິ່ງມີຄວາມສຳຄັນ ເພື່ອຮັບປະກັນໃຫ້ມີການນໍາໃຊ້ເລືອດທີ່ສົມເຫດສົມຜົນ ແລະ ມີຄວາມປອດໄພສູງສຸດ.
ໂອກາດດັ່ງກ່າວ, ທ່ານ ຄໍາລາວັນ ຈັນທະລາວັນຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມ ນໍາເອົາປະສົບການ, ບົດຮຽນ ມາແລກປ່ຽນຊຶ່ງກັນແລະກັນ ພ້ອມທັງ ຂໍ້ສະເໜີແນະຕ່າງໆ ທີ່ໄດ້ສົນທະນານໍາກັນໄປສືບຕໍ່ ແລະ ນໍາໃຊ້ໃນສະຖານທີ່ປິ່ນປົວທີ່ຕົນເຮັດວຽກຢູ່ທັງຖອດຖອນແລກປ່ຽນບົດຮຽນໃຫ້ກັບເພື່ອນຮ່ວມງານ ພ້ອມກັນປະຕິບັດຕາມຫຼັກການສາກົນໃນດ້ານຄວາມປອດໄພຂອງການສົ່ງເລືອດ.
ຂ່າວ-ພາບ: ແສງຈັນ