ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາທາບທາມຄຳເຫັນໃສ່ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງແຕ່ປີ 2023-2030

Dec 11, 2024

ວັນທີ 10 ທັນວາ 2024, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສຳມະນາທາບທາມຄຳເຫັນໃສ່ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງແຕ່ປີ 2023-2030 ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ (ຫຼັກ 6). ໂດຍການເປັນປະທານຂອງ ທ່ານ ປອ ດາວບົວ ລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.
ກອງປະຊຸມສໍາມະນາຄັ້ງນີ້ ເພື່ອຜັນຂະຫຍາຍເອົາເນື້ອໃນ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາຂອງລັດລວມທັງສົນທິສັນຍາສາກົນ ທີ ສປປ ລາວ ເຂົ້າເປັນພາຄີ ທີ່ພົວພັນກ່ຽວການຕ້ານການສໍ້ລາດບັງຫຼວງ ທີ່ກຳນົດໄວ້ສະເພາະ ເຂົ້າມາໃນຮ່າງ ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2023 ຮອດ 2030 ເພື່ອຮັບປະ ກັນຄວາມເປັນເອກະພາບ ຕໍ່ການຈັດຕັ້ງປະຕິບັດໃນຂອບເຂດ ທົ່ວປະເທດ; ການປະຕິບັດແນວທາງປ່ຽນແປງໃໝ່ ຢູ່ປະເທດເຮົາ ພວມປະເຊີນໜ້າກັບໄພອັນຕະລາຍຫຼາຍຢ່າງ, ໂດຍສະເພາະສະພາບການສໍ້ລາດບັງຫຼວງ ຊື່ງເກີດຂື້ນດ້ວຍຫຼາຍລະດັບທີ່ແຕກຕ່າງກັນ ຢູ່ໃນຫຼາຍຂົງເຂດ ເປັນຕົ້ນແມ່ນການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງກໍ່ສ້າງພື້ນຖານໂຄງລ່າງ, ຄຸ້ມຄອງນຳໃຊ້ທຶນ-ຊັບສິນຂອງລັດ, ການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງນໍາໃຊ້ລາຍຈ່າຍງົບປະມານ, ການສວຍໃຊ້ໜ້າທີ່ຕໍາແໜ່ງຂອງພະນັກງານ-ລັດຖະກອນ ແລະ ອື່ນໆ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ຮັດກຸ້ມ, ຈະແຈ້ງ, ກະທັດລັດກວ່າເກົ່າ ແລະ ອັດຊ່ອງວ່າງຂອງການຮົ່ວໄຫຼຂອງພະນັກງານລັດໃນການປະຕິບັດໜ້າທີ່ຕ່າງໆທີ່ຢູ່ໃນກົງຈັກຂອງລັດທັງພາຍໃນ ແລະ ຕ່າງປະເທດ, ລວມທັງການຈັດຕັ້ງຂອງຕ່າງປະເທດ ແລະ ທັງສອດຄ່ອງກັບການພັດທະນາໃນເງື່ອນໄຂເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງວ່ອງໄວ.
ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ, ພາວະວິໄສ ເພື່ອເຮັດໃຫ້ເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງສະບັບນີ້ສົມບູນ ແລະ ຄົບຖ້ວນ.
ຂ່າວ: ຕູ່ນາ ເລົ່າຖາວອນ