ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນານະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ

Mar 26, 2025

ກອງປະຊຸມສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ ໄດ້ໄຂຂຶ້ນວັນທີ 24-26 ມີນາ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປລາວ, ບັນດາທ່ານປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ຮອງປະທານກຳມາທິການ, ປະທານສະພາປະຊາຊົນຂັ້ນແຂວງ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ ພ້ອມດ້ວຍບັນດາທ່ານຊ່ຽວຊານ, ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ.
ຈຸດປະສົງແມ່ນເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ; ການກໍານົດນະໂຍບາຍ ແລະ ການລົງທຶນເຂົ້້າໃນວຽກງານປົກປ້ອງສັງຄົມ; ບົດຮຽນຂອງສາກົນກ່ຽວກັບລະບົບການປະກັນສັງຄົມ, ການປະກັນສຸຂະພາບ, ສິ່ງທ້າຍທາຍ ແລະ ອຸປະສັກໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ; ບົດບາດຂອງລັດຖະສະພາສາກົນ ຕໍ່ວຽກງານປົກປ້ອງສັງຄົມ, ບົດບາດຂອງສະມາຊິກລັດຖະສະພາ ແລະ ລັດຖະສະພາ ໃນການຕິດຕາມກວດກາວຽກງານປົກປ້ອງສັງຄົມ ແລະ ບົດບາດຂອງສະພາແຫ່ງຊາດ ຕໍ່ວຽກງານການປົກປ້ອງສັງຄົມ.
ທ່ານ ຄຳໃບ ດຳລັດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ເພື່ອເຜີຍແຜ່, ສ້າງຄວາມເຂົ້າໃຈຕໍ່ກັບນະໂຍບາຍ ແລະ ການລົງທຶນເຂົ້າໃນລະບົບປົກປ້ອງສັງຄົມ ພາຍໃຕ້ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 ແລະ ຈະໄດ້ພ້ອມກັນປຶກສາຫາລື, ກໍານົດບູລິມະສິດເບື້ອງຕົ້ນຕໍ່ການສ້າງຍຸດທະສາດປົກປ້ອງສັງຄົມແຫ່ງຊາດໃນໄລຍະຕໍ່ໜ້າ (ປີ 2026-2030); ພ້ອມກັນນີ້, ຈະໄດ້ຮັບຟັງການໃຫ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕໍ່ກັບວຽກງານການປົກປ້ອງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປກໍານົດທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ, ພ້ອມທັງມີການຕິດຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສຳເລັດດີຂຶ້ນ ເພື່ອປະກອບສ່ວນຕໍ່ການບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຮັບປະກັນໃຫ້ກອງທຶນປົກປ້ອງສັງຄົມ ມີຄວາມຍືນຍົງດ້ານງົບປະມານ, ປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງແບບທົ່ວເຖິງ ແລະ ເຂົ້າເຖິງຊຸດອຸດໜູນປົກປ້ອງສັງຄົມອັນຈຳເປັນພື້ນຖານ ຢ່າງມີປະສິດຕິພາບ.
ໃນກອງປະຊຸມ ໄດ້ຮັບຟັງສະພາບລວມຂອງລະບົບປົກປ້ອງສັງຄົມ ແລະ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ, ຜົນໄດ້ຮັບ ແລະ ສິ່ງທ້າທ້າຍ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ຕໍ່ວຽກງານປົກປ້ອງສັງຄົມ; ລະບົບປະກັນສັງຄົມ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ລະບົບປະກັນສັງຄົມໃນສະພາບການດ້ານເສດຖະກິດ-ສັງຄົມປັດຈຸບັນ; ຜົນໄດ້ຮັບ ແລະ ຂໍ້ແນະນຳຈາກການຄຳນວນຄະນິດສາດປະກັນສັງຄົມ ແລະ ການປັບປຸງນິຕິກຳ, ມາດຕະຖານ ແລະ ການປະຕິບັດທີ່ດີຈາກສາກົນ; ບົດບາດຂອງລັດຖະສະພາກໍາປູເຈຍ ຕໍ່ການຕັດສິນໃຈດ້ານນະໂຍບາຍປົກປ້ອງສັງຄົມ, ການທົບທວນງົບປະມານ ແລະ ຄວາມຮັບຜິດຊອບ; ລະບົບປະກັນສຸຂະພາບ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ສິ່ງທ້າທາຍ ແລະ ອຸປະສັກ ໃນການເຂົ້າເຖິງລະບົບປະ ກັນສຸຂະພາບ ແລະ ປະກັນສັງຄົມ ຂອງແຮງງານນອກລະບົບໃນຂັ້ນຮາກຖານ; ການສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ: ຜົນໄດ້ຮັບ ແລະ ຂໍ້ສະເໜີແນະນຳຈາກການຄຳນວນຄະນິດສາດກອງທຶນປະກັນສຸຂະພາບ, ການທົບທວນການຄຸ້ມຄອງບໍລິຫານ ແລະ ບົດຮຽນຈາກພາກພື້ນ; ໂຄງການອາຫານທ່ຽງ: ຜົນໄດ້ຮັບ, ສິ່່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ໂຄງການອຸດໜູນຜູ້ພິການ: ສຽງຈາກຜູ້ໄດ້ຮັບຜົນປະໂຫຍດ, ຜົນໄດ້ຮັບ ແລະ ທິດທາງໃນຕໍ່ໜ້າ; ລະບົບປົກປ້ອງສັງຄົມຂອງປະເທດຫວຽດນາມ: ສະພາບປັດຈຸບັນ, ສິ່ງທ້າທາຍ ແລະ ການປະຕິຮູບນະໂຍບາຍ; ສະພາບລວມຂອງນະໂຍບາຍປົກປ້ອງສັງຄົມ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ: ບົດຮຽນຈາກລັດຖະສະພາສາກົນ; ບົດບາດຂອງສະພາແຫ່ງຊາດລາວ ຕໍ່ວຽກງານການປົກປ້ອງສັງຄົມ.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊັກຖາມຕໍ່ບັນຫາຕ່າງໆທີ່ວິທະຍາກອນ ແລະ ຊ່ຽວຊານ ໄດ້ນຳສະເໜີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາກົນ (International Labour Organization – ILO) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
ທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”