ວັນທີ 27 ກຸມພານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄຳໄຊ ໂດຍການປະທານໂດຍ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງລາຍ ງານການເມືອງຈາກ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າຫ້ອງວ່າການແຂວງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2026-2030) ຈາກທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ-ການລົງທືນແຂວງ.
ຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມໃນບາງບັນຫາທີ່ຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄຳຄິດເຫັນກັບຜູ້ເຂົ້າຮ່ວມກອງປະຊຸມ, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ເຮັດໃຫ້ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI ມີເນື້ອໃນທີ່ອຸດົມສົມບຸນ ແລະ ຖືກຕ້ອງກັບບັນດາແນວທາງ ມີຫຼັກການວິທະຍາສາດ.
ທັ່ງນີ້, ເພື່ອໃຫ້ຄະນະຮັບຜິດຊອບດ້ານເນື້ອໃນ ສຸມໃສ່ປັບປຸງຮ່າງເນື້ອໃນບົດຄົ້ນຄວ້າ ແລະ ນຳເອົາຮ່າງເນື້ອໃນບົດຄົ້ນຄວ້າດັ່ງ ກ່າວລົງທາບທາມໃນຂັ້ນພະແນກການ ແລະ ບັນດາເມືອງ ເພື່ອເຮັດໃຫ້ການປັບປຸງເນື້ອໃນ ແລະ ຂໍ້ມູນຕ່າງໆໄດ້ມີວິທະຍາສາດ, ສອດຄ່ອງກັບຕົວຈິງ ແລະ ນຳໄປສະເໜີໃນກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກແຂວງໃນຄັ້ງຕໍ່ໄປ.
ຂ່າວ-ພາບ: ຄຳຟອງ




