ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຄັ້ງທີ 5

Dec 5, 2024

ກອງປະຊຸມສຳມະນາສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຄັ້ງທີ 5 ກ່ຽວກັບຢາພື້ນເມືອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງເໝິງໄຫ ແຂວງສິບສອງພັນນາ ມົນທົນຢຸນນານ ສປ ຈີນ ຊຶ່ງຄະນະຜູ້ແທນລາວນໍາໂດຍທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ, ມີຜູ້ແທນຈາກ ສສ ຫວຽດນາມ, ອົສຕຣາລີ, ອັງກິດ, ນັກວິທະຍາສາດ, ຊ່ຽວຊານດ້ານການແພດຢາພື້ນເມືອງຂອງ ສປ ຈີນ ເຂົ້າຮ່ວມປະມານ 250 ທ່ານ.
ກອງປະຊຸມໄດ້ລົງເລິກຄົ້ນຄວ້າປຶກສາຫາລື ການສໍາຫຼວດພືດທີ່ເປັນຢາຮ່ວມກັນຢູ່ເຂດຕາມຊາຍແດນລາວ-ຫວຽດນາມ, ລາວ-ຈີນ, ການຂະຫຍາຍພັນພືດເປັນຢາທີ່ຫາຍາກ ແລະ ໃກ້ຈະສູນພັນ, ການສ້າງມາດຕະຖານ ວັດຖຸດິບພືດທີ່ເປັນຢາ, ການທົດລອງວິໄຈ ແລະ ພັດທະນານະວັດຕະກຳ, ການປິ່ນປົວດ້ວຍການແພດພື້ນເມືອງລາວ-ລື້ ສປ ຈີນ, ການແລກປ່ຽນ ແລະ ພັດທະນາບຸກຄະລາກອນ ແລະ ການພັດທະນາໂຄງລ່າງພື້ນຖານຫ້ອງວິໄຈພືດທີ່ເປັນຢາ, ການຜະລິດ, ວິທີການນໍາໃຊ້ຢາພື້ນເມືອງໃຫ້ຖືກວິທີສົມທົບກັບຢາຫຼວງ ແລະ ອື່ນໆ.
ໃນໂອກາດດຽວກັນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມສວນພຶກສາສາດທີ່ເປັນຢາ, ຫ້ອງວາງສະແດງມູນເຊື້ອຢາພື້ນເມືອງເຜົ່າລື້, ສູນວິໄຈມາດຕະຖານຢາພື້ນເມືອງ ແລະ ໂຮງຮຽນວິທະຍາເຂດການຢາພື້ນເມືອງຊຽງຮຸ່ງ.
ທ່ານ ບຸນເລື່ອນ ດວງເດືອນ ກ່າວວ່າ: ຜ່ານການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຈະນໍາເອົາບົດຮຽນທີ່ໄດ້ມາ ມາປັບປຸງພັດທະນາວຽກງານການແພດ ແລະ ການຢາພື້ນເມືອງພາຍໃນປະເທດ ໂດຍສະເພາະວິທີການໃນການປົກປັກຮັກສາພືດເປັນຢາທີ່ໃກ້ຈະສູນພັນ, ການຂະຫຍາຍແນວພັນ, ການນໍາໃຊ້ຢາພື້ນເມືອງ ແລະ ການພັດທະນາບຸກຄະລາກອນໃຫ້ດີຍິ່ງຂຶ້ນ ເປັນການປະກອບສ່ວນເຂົ້າໃນແຜນພັດທະນາວຽກງານສາທາລະນະສຸກຮອດປີ 2025 ກໍຄືແຜນຮອດປີ 2030 ໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ສະຖາບັນການແພດ-ຢາພື້ນເມືອງ