ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳຫຼວດສະຖານທີ່ຮ່ອງຮອຍການປະຕິວັດໃນເມືອງວິລະບູລີ ເພື່ອສ້າງສາລະຄະດີຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 70 ປີ

Jan 16, 2025

ເມື່ອບໍ່ດົນມານີ້, ຄະນະການນຳຂອງແຂວງສະຫວັນນະເຂດ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສ້າງຂະບວນການລົງສຳຫຼວດຖໍ້າຫຼາຍແຫ່ງທີ່ນອນໃນເມືອງວິລະບູລີ ເພື່ອນຳເອົາຂໍ້ມູນຕົວຈິງຂອງຖໍ້າແຕ່ລະແຫ່ງມາປະກອບໃສ່ບົດສາລະຄະດີຕ້ອນຮັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 70 ປີ.
ຖໍ້າເຫຼົ່ານັ້ນ ເປັນຖໍ້າທີ່ມີຄວາມສຳຄັນຫຼາຍ, ຕິດພັນກັບການປະຕິວັດຊາດປະຊາທິປະໄຕ ແລະເປັນເຂດທີ່ໝັ້ນຂອງການປະຕິ ວັດພາກໃຕ້ ຫຼື ເປັນທີ່ຕັ້ງຂອງສຳນັກ ງານລາວໃຕ້ (ສະຫວັນນະ ເຂດ, ຈຳປາສັກ, ສາລະວັນ ແລະອັດຕະປື). ນຳທີມຄະນະ ເດີນສຳຫຼວດຖໍ້າແຫ່ງຕ່າງໆ ໂດຍແມ່ນ ທ່ານ ຄຳວິໄສ ຜຸຍຍະວົງ ຄະ ນະປະຈຳພັກ ແຂວງ ຫົວໜ້າໂຄສະນາອົບຮົມ ແຂວງ, ທ່ານ ລຳຄູນ ວໍລະວົງ ກຳມະການພັກແຂວງ ຫົວໜ້າ ພະແນກຖະແຫຼງຂ່າວວັດທະ ນະທຳ ແລະທ່ອງທ່ຽວແຂວງ (ຖວທ), ພິເສດຍັງມີທ່ານ ຄຳ ເຜີຍ ຜັນທະຈອນ ອະດີດຮອງເລ ຂາພັກແຂວງ ອະດີດປະທານ ສະພາປະຊາຊົນແຂວງ ເຊິ່ງ ທ່ານແມ່ນຜູ້ໜຶ່ງທີ່ໄດ້ເຄື່ອນ ໄຫວຕົວຈິງກັບຜູ້ນຳການປະ ຕິວັດຫຼາຍທ່ານ ແລະໄດ້ດຳ ລົງຊີວິດໃນຖໍ້າຫຼາຍແຫ່ງໃນ ເຂດນີ້ເປັນເວລາຫຼາຍປີ, ທ່ານ ເປັນຜູ້ໜຶ່ງທີ່ຮູ້ຈັກທີ່ຕັ້ງສຳນັກ ງານໃນຖໍ້າແຕ່ລະແຫ່ງໃນເຂດ ຕາແສງນາຍົມ.
ຖໍ້າທຳອິດທີ່ຄະນະສຳ ຫຼວດໄດ້ເຂົ້າເບິ່ງແມ່ນຖໍ້າຜາ ບຸນ ເຊິ່ງຖໍ້າແຫ່ງນີ້ຕັ້ງໃນເຂດ ບ້ານນາເຕີ້ ເມືອງວິລະບູລີ ແຂວງສະຫວັນ ນະເຂດ ແຕ່ ກ່ອນຖໍ້າຜາບຸນ ໄດ້ຈັດໃຫ້ເປັນ ສຳນັກງານລາວໃຕ້ (ເປັນສຳ ນັກງານສຳລັບການປະຕິວັດ ພາກໃຕ້ໃນລະຫວ່າງປີ 1967 -1972), ບັນດາຜູ້ນຳການປະຕິວັດຫຼາຍທ່ານໄດ້ເຄີຍມາບັນ ຊາການຢູ່ທີ່ນີ້ ໂດຍສະເພາະ ແມ່ນປະທານໄກສອນພົມວິ ຫານ ໄດ້ມາບັນຊາການຢູ່ເຂດນີ້ດ້ວຍຕົນເອງ ແລະແຕ່ງຕັ້ງໃຫ້ ຕາແສງນາຍົມເປັນຖານທີ່ໝັ້ນ ຂອງການປະຕິວັດຖັດຈາກ ເມືອງວຽງໄຊ ແຂວງຫົວພັນ.
ຈາກນັ້ນກໍ່ໄດ້ເຂົ້າໄປເບິ່ງຖໍ້າຜາພິລາງ ເຊິ່ງເປັນທີ່ພັກຂອງ ຜູ້ ບັນຊາການທະຫານປະຕິ ວັດຫຼາຍທ່ານຄື: ທ່ານ ຄຳໄຕ ສີ ພັນດອນ ກໍ່ເຄີຍມາເຮັດວຽກຊົ່ວ ຄາວໃນເຂດນີ້, ທ່ານໄກສອນ ພົມວິຫານ ກໍ່ເຄີຍມາເຄື່ອນໄຫວ ໃນເຂດນີ້ຫຼາຍຄັ້ງ, ນອກນັ້ນ ຍັງມີທ່ານ ສີທົນ ກົມມະດຳ, ທ່ານ ຄຳສຸກ ແກ້ວລາ, ທ່ານ ສົມສັກ ໄຊສົງຄາມ, ທ່ານ ພົມ ມາ ດວງມາລາ ແລະຜູ້ນຳການ ປະຕິວັດອີກຫຼາຍທ່ານເຄີຍອາ ໄສຢູ່ຖໍ້າແຫ່ງຕ່າງໆຫຼາຍປີ.
ຕໍ່ມາ, ຄະນະເດີນສຳ ຫຼວດກໍ່ໄດ້ໄປເບິ່ງຖໍ້າທີ່ໃຊ້ເປັນ ໂຮງໝໍ, ຖໍ້າການຄ້າ, ທະນາຄານ, ຖໍ້າໂຮງຮຽນ(ສຶກສາ), ຖໍ້າກະສິກຳ ແລະຖໍ້າສຳລັບເກັບ ມ້ຽນອາວຸດຍຸດທະພັນ (ມີ 9 ຖໍ້າສຳລັບເກັບມ້ຽນອາວຸດ), ໄປຢ້ຽມຊົມຖໍ້ານໍ້າໃສ ແລະ ຖໍ້າໄຊ ເຊິ່ງເປັນຖໍ້າທີ່ຢູ່ຂອງ ທ່ານ ສີທົນ ກົມມະດຳ ຕື່ມອີກ, ນອກນັ້ນຍັງໄດ້ໄປເບິ່ງຖໍ້າປ່ອງ ເຊິ່ງເປັນຖໍ້າໜຶ່ງທີ່ມີຄວາມ ສຳຄັນທາງດ້ານປະຫວັດສາດ ເພາະເປັນຖໍ້າທີ່ປະຊາຊົນໃຊ້ ເປັນທາງທຽວ ເຂົ້າສູ່ທົ່ງນາ ທີ່ກວ້າງໃຫຍ່ (ມີທົ່ງນາປະ ມານ 6 ເຮັກຕາທີ່ອ້ອມຮອບດ້ວຍຜາສູງທີ່ມີທາງອອກບ່ອນ ດຽວຄືຖໍ້າປ່ອງ), ແຕ່ກ່ອນສະ ຖານທີ່ແຫ່ງນີ້ປະຊາຊົນໃຊ້ເປັນຄ້ອງຊ້າງ ເພື່ອນຳໄປຂາຍຕາມ ແຂວງພາກ ເໜືອ ແລະພາກໃຕ້, ນອກນັ້ນຍັງໄດ້ເຂົ້າເບິ່ງຖໍ້າ ຜາໂລຍ ເຊິ່ງໃຊ້ເປັນຖໍ້າສຳ ນັກງານໂຄສະນາອົບຮົມ ແລະ ວັດທະນະທຳ. ໃນໂອກາດນີ້, ຄະນະເດີນສຳຫຼວດຖໍ້າຂອງ ການປະຕິວັດກໍ່ໄດ້ມອບເງິນ ແລະເສື້ອກັນໜາວໃຫ້ກັບນາຍ ບ້ານຈຳນວນ 5 ບ້ານຕື່ມອີກ.
ຄະນະນຳຂອງແຂວງ ພ້ອມດ້ວຍຄະນະຍັງໄດ້ເດີນສຳຫຼວດ ຖໍ້າກໍ່ໄດ້ໄປຢ້ຽມຢາມຫໍມູນ ເຊື້ອ ວິລະກຳແຫ່ງການຕໍ່ສູ້ຂອງຊາວ ບ້ານນໍ້າປະເຄນ ແລະໄປ ຢ້ຽມຢາມອະນຸສາ ວະລີນັກຮົບຂອງຕາແສງອ່າງຄຳວິລະຊົນ ພ້ອມກັບມອບເງິນ ແລະເສື້ອກັນ ໜາວໃຫ້ກັບນາຍບ້ານອີກດ້ວຍ.
ຕໍ່ມາ, ໄດ້ເຂົ້າໄປສຳຫຼວດເບິ່ງສະພາບຕົວຈິງ ຂອງຖໍ້າຜາຫຼວງ ຕັ້ງຢູ່ເຂດບ້ານ ຕໍເຮືອ ເມືອງວິລະບູລີ ແຂວງ ສະຫວັນນະເຂດ ເຊິ່ງເປັນຖໍ້າ ຂະໜາດໃຫຍ່ ແລະເປັນຖໍ້າທີ່ ສຳຄັນທີ່ສຸດແຫ່ງໜຶ່ງຂອງ ແຂວງສະຫວັນນະເຂດ ເວົ້າ ລວມ ເວົ້າສະເພາະແມ່ນຂອງ ເມືອງວິລະບູລີ, ດ້ານໃນຂອງ ຖໍ້າຜາຫຼວງສາມາດບັນຈຸຄົນ ໄດ້ປະມານ 1,000-2,000 ຄົນ, ຖໍ້າແຫ່ງນີ້ເຄີຍໃຊ້ເປັນສະ ຖານທີ່ຈັດກອງປະຊຸມໃຫຍ່ຄັ້ງ ທີ I ອົງຄະນະພັກແຂວງສະ ຫວັນນະເຂດ (ລະຫວ່າງປີ 1968-1970).
ຖໍ້າແຕ່ລະແຫ່ງແມ່ນສະຖານໃຫ້ຄວາມ ປອດໄພແກ່ຜູ້ນຳການປະຕິວັດ ແລະປະຊາຊົນທີ່ເຂົ້າຮ່ວມຂະ ບວນການຕໍ່ສູ້ກູ້ຊາດ, ຕາແສງ ນາຍົມ ແລະຕາແສງອ່າງຄຳວິ ລະຊົນ ແມ່ນດິນແດນທີ່ຄົນຮຸ່ນ ຕໍ່ໄປຕ້ອງໄດ້ສຶກສາຮຽນຮູ້ ແລະສືບທອດມໍລະດົກແຫ່ງ ຄວາມຮັກຊາດອັນດູດດື່ມໄວ້ ໃຫ້ຍາວນານ.