ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳຫຼວດເຂດພູມະໂລງ ເພື່ອກໍານົດເປັນເສັ້ນທາງທ່ອງທ່ຽວຍ່າງປ່າທຳມະຊາດແບບປະຊາຊົນມີສ່ວນຮ່ວມ

Jan 4, 2025

ວັນທີ 2-3 ມັງກອນ 2025 ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງຈໍາປາສັກ ສົມທົບພາກສ່ວນກ່ຽວຂ້ອງຂອງເມືອງໂພນທອງ, ບ້ານນາຫວ້າ, ທີມງານວິຊາການຈາກບໍລິສັດ Green Discovery ແລະ ນັກຖ່າຍພາບໂຄສະ ນາການທ່ອງທ່ຽວ ໄດ້ຮ່ວມເດີນທາງສຳຫຼວດ ແລະ ເກັບກຳຂໍ້ມູນ ເຂດພູມະໂລງ ເມືອງໂພນທອງ ແຂວງຈຳປາສັກ ໂດຍມີ ທ່ານ ວັນນະໄຊ ຊາດຕະກຸນ, ຫົວໜ້າພະ ແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ເປັນຜູ້ນໍາພາ.
ຈຸດປະສົງເພື່ອເປັນການສຳຫຼວດ ແລະ ເກັບກຳຂໍ້ມູນເບື້ອງຕົ້ນໃນການຂຽນແຜນພັດທະນາເສັ້ນທາງຍ່າງປ່າເຂດພູມະໂລງ ເມືອງໂພນທອງແຂວງຈຳປາສັກ ເພື່ອກຳ ນົດເປັນກິດຈະກຳການທ່ອງທ່ຽວຍ່າງປ່າທຳມະຊາດແບບປະຊາຊົນມີສ່ວນຮ່ວມສຳ ລັບກຸ່ມທ່ອງທ່ຽວສະເພາະທີ່ມັກການທ່ອງທ່ຽວໃນຮູບແບບດັ່ງກ່າວ ໂດຍຈະກຳນົດເອົາເສັ້ນທາງຈາກບ້ານນາຫວ້າ ເມືອງໂພນທອງ ເປັນຈຸດເລີ່ມຕົ້ນການເດີນທາງໃນໄລຍະທາງໄປ-ກັບທັງໝົດ 15,4 ກິໂລ ແມັດ ກຳນົດເວລາ 2 ວັນ 1 ຄືນ ຜ່ານການເດີນທາງເຫັນວ່າເສັ້ນທາງດັ່ງກ່າວມີປ່າໄມ້ຫລາຍປະເພດ ທີ່ຍັງຄົງຄວາມອຸດົມສົມ ບູນ ມີຫ້ວຍນໍ້າທຳມະຊາດທີ່ສວຍງາມຫລາຍສາຍ, ມີພື້ນທີ່ສຳລັບເປັນບ່ອນຕັ້ງເຕັ້ນນອນທີ່ເໝາະສົມ ແລະ ມີຈຸດຊົມວິວຫລາຍບ່ອນທີ່ສວຍງາມ ໂດຍສະເພາະຈຸດສູງ ສຸດຂອງຈອມພູມະໂລງສາມາດແນມເຫັນທິວທັດທີ່ສວຍງາມຂອງນະຄອນປາກເຊ ແລະ ມູມ 360 ອົງສາຂອງແຂວງຈໍາປາສັກ.
ຜ່ານການສໍາຫລວດເຫັນວ່າ ເສັ້ນທາງທ່ອງທ່ຽວພູມະໂລງນີ້ ມີຄວາມເປັນໄປໄດ້ໃນການເປີດໃຫ້ ບໍລິການນັກທ່ອງທ່ຽວກຸ່ມນັກຍ່າງປ່າພະຈົນໄພ ທັງຍັງເປັນທ່າແຮງທີ່ສາມາດຈັດກິດຈະກຳທ່ອງທ່ຽວພິຊິດຈອມພູມະໂລງ ທີ່ໄກ້ກັບເທດສະບານຂອງແຂວງຈໍາປາສັກທີ່ສຸດ ທີ່ສາມາດກໍານົດເປັນລາຍການທ່ອງທ່ຽວຍ່າງປ່າທຳມະຊາດອີກແຫ່ງໜື່ງຢູ່ແຂວງຈຳປາສັກ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນຊຸມຊົນໃນເຂດບ້ານນາຫວ້າ ແລະ ບ້ານໃກ້ຄຽງໄດ້ໃນອະນາຄົດ.
ພາບ: ສີວິໄຊ ມະນີວົງ, ແອນ້ອຍ