ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 (ADMM-PLUS) ພາຍໃຕ້ຫົວຂໍ້: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 21 ພະຈິກ 2024 ນີ້ ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາຜູ້ແທນຈາກປະເທດຄູ່ຮ່ວມມື ແລະ ບັນດາລັດຖະມົນຕີປ້ອງກັນປະເທດສະມາຊິກອາຊຽນ ລວມທັງ ຕີມໍແລັດສເຕ ເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມ ບັນດາລັດຖະມົນຕີໄດ້ຜັດປ່ຽນກັນມີຄຳເຫັນ ພ້ອມທັງແລກປ່ຽນທັດສະນະກ່ຽວກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ ທີ່ນັບມື້ນັບເພີ່ມທະວີຄວາມສະຫລັບຊັບຊ້ອນ ແລະ ຍາກທີ່ຈະຄາດຄະເນໄດ້ ເປັນຕົ້ນແມ່ນ: ການແຂ່ງຂັນກັນຂອງປະເທດມະຫາອໍານາດ, ບັນຫາອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ຄວາມໝັ້ນຄົງທາງລະບົບຄອມພິວເຕີ, ໄພພິບັດທາງທຳມະຊາດ ແລະ ອື່ນໆ. ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາ ຫາລືກ່ຽວກັບຊ່ອງທາງເພື່ອເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳ, ເສີມຂະຫຍາຍຄວາມເປັນໜຶ່ງດຽວຂອງອາຊຽນ, ສົ່ງ ເສີມຄວາມສາມັກຄີ, ຄວາມອາດສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍຮ່ວມກັນໂດຍຜ່ານບັນດາກົນໄກທີ່ມີຢູ່ໃນຂອບເຂດການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ເປັນຕົ້ນ, ເພື່ອສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີມອບໂອນການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຈາກກອງທັບປະຊາຊົນລາວ ໃຫ້ແກ່ ກອງທັບມາເລເຊຍ ໃນຖານະເປັນປະທາານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆໃນປີ 2025.
ຂ່າວ: ເດດອາລຸນ ແກ້ວວິໄລ





