ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ທົ່ວປະເທດ ປະຈຳປີ 2024

Apr 5, 2025

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ທົ່ວປະເທດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ອັດລົງໃນວັນທີ 4 ເມສາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມດ້ວຍແຂກຖືກເຊີນຈາກສູນກາງ-ແຂວງເຂົ້າຮ່ວມ.
ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມແຜນການ ແລະ ການເງິນ ກ່າວວ່າ: ກະຊວງສາທາລະນະສຸກ ໄດ້ວາງບັນດາຄາດໝາຍສູ້ຊົນຂອງຂະແໜງສາທາລະນະສຸກ, ອີງໃສ່ 7 ສາຍແຜນງານສາທາລະນະສຸກ ແລະ 11 ໂຕຊີ້ບອກທີ່ສະພາຮັບຮອງ ຊຶ່ງໃນປີ 2024 ຜ່ານມາ ສາມາດບັນລຸໄດ້ 7 ຕົວຊີ້ບອກ ແລະ 4 ຕົວຊີ້ບອກທີ່ຍັງບໍ່ສຳເລັດຄື: ອັດຕາເດັກນ້ອຍລຸ່ມ 5 ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ, ອີງຕາມຜົນການສໍາຫຼວດດັດສະນີໝາຍສັງຄົມລາວ (LSIS III) ປີ 2023, ເຫັນວ່າໂດຍລວມທົ່ວປະເທດແມ່ນ 24.3% ເມື່ອທຽບໃສ່ຄາດໝາຍປີ 2024 ໃຫ້ຍັງເຫຼືອ 16% ຂອງປະຊາກອນເປົ້າໝາຍ; ອັດຕາເດັກນ້ອຍລຸ່ມ 5 ປີມີລວງສູງຕໍ່າກວ່າມາດຕະຖານ ໂດຍລວມທົ່ວປະເທດ ອັດຕາເດັກນ້ອຍລຸ່ມ 5 ປີທີ່ມີລວງສູງຕໍ່າກວ່າມາດຕະຖານແມ່ນ 32.8% ເມື່ອສົມທຽບໃສ່ຄາດໝາຍປີ 2024 ແມ່ນ 28% ຂອງປະຊາກອນເປົ້າໝາຍ; ອັດຕາການເກີດລູກມີແພດຊ່ວຍສາມາດປະຕິບັດໄດ້ພຽງ 82.31% (ຄາດໝາຍປີ 2024 ແມ່ນ 84%); ອັດຕາການໃຫ້ວັກຊິນກັນພະຍາດໃນເດັກລຸ່ມ 1 ປີ ສາມາດປະຕິບັດໄດ້ພຽງ 89.42% (ຄາດໝາຍປີ 2024 ແມ່ນ 95%).
ໃນປີ 2025 ກະຊວງສາທາລະນະສຸກໄດ້ວາງທິດທາງ ແລະ ເປົ້າໝາຍໂດຍແນໃສ່ການຍົກສູງຄຸນນະພາບການບໍລິການ ສາມາດບັນລຸບັນດາຄາດໝາຍທີ່ຕິດພັນກັບຂະແໜງສາທາລະນະສຸກ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕາມທິດຖືເອົາການອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບເປັນສໍາຄັນ ໂດຍການຈັດຕັ້ງປະຕິບັດບັນດາວຽກບຸລິມະສິດທີ່ຕິດພັນກັບບັນດາສາຍແຜນງານ ແລະ 11 ຕົວຊີ້ບອກຂອງສາທາ ລະນະສຸກຄື: ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຍັງເຫຼືອ 15% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາເດັກນ້ອຍລຸ່ມ 5 ປີທີ່ມີລວງສູງຕ່ໍາກວ່າມາດຕະຖານໃຫ້ຍັງເຫຼືອ 27% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີໃຫ້ຍັງເຫຼືອ 20 ຕໍ່ 1,000 ເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີໃຫ້ຍັງເຫຼືອ 30 ຕໍ່ 1,000 ເດັກເກີດມີຊີວິດ; ອັດຕາສ່ວນການຕາຍຂອງແມ່ໃຫ້ຍັງເຫຼືອ 110 ຕໍ່ 100,000 ເດັກເກີດມີຊີວິດ; ອັດຕາເກີດລູກມີແພດຊ່ວຍໃຫ້ໄດ້ 85% ຂອງປະຊາກອນເປົ້າໝາຍ; ອັດຕາໃຫ້ວັກຊິນກັນພະຍາດໃນເດັກລຸ່ມ 1 ປີໃຫ້ໄດ້ 95% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາຊົມໃຊ້ນໍ້າສະອາດໃຫ້ໄດ້ 95% ຂອງປະຊາກອນທັງໝົດ; ອັດຕາຊົມໃຊ້ວິດຖ່າຍຄອບຄົວໃຫ້ໄດ້ 85% ຂອງຄອບຄົວທັງໝົດ; ອັດຕາປົກຄຸມປະກັນສຸຂະພາບທົ່ວປວງຊົນໃຫ້ໄດ້ 94.5% ຂອງປະຊາກອນທັງໝົດ; ອັດຕາການປະກາດ ແລະ ຮັບຮອງບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 85% ຂອງຈໍານວນບ້ານທັງໝົດ. ຕີລາຄາການບັນລຸຄາດໝາຍ 11 ຕົວຊີ້ບອກໃນປີ 2024, ມີ 7 ຕົວຊີ້ບອກທີ່ສາມາດບັນລຸຄາດໝາຍ, ມີ 4 ຕົວຊີ້ບອກທີ່ບໍ່ສາມາດບັນລຸຄາດໝາຍ ປີ 2024.
ຂ່າວ: ຍຸພິນທອງ