ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

Jan 25, 2025

ວັນທີ 24 ມັງກອນ 2025 ທີ່ສະໂມສອນໃຫ່ຍ 21 ມີນາ ຂອງແຂວງຄຳມ່ວນ,ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ອັດລົງດ້ວຍຜົນສຳ ເລັດຢ່າງຈົບງາມໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າ ຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງ ເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ 4 ວັນ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາ ມະຕິກອງປະຊຸມ ຈໍານວນ 12 ສະບັບໃນນີ້, ມະຕິຮັບຮອງເອົາວຽກງານອົງການປົກຄອງແຂວງ 3 ສະບັບ, ມະຕິຮັບຮອງເອົາວຽກງານອົງການ ກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງຄໍາມ່ວນ 2 ສະບັບ, ວຽກງານ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ຄໍາມ່ວນ 2 ສະບັບ, ມະຕິຮັບຮອງເອົາວຽກງານສະພາປະຊາຊົນແຂວງຄຳມ່ວນ 2 ສະບັບ ແລະ ມະຕິຮັບຮອງເອົາບັນດານິຕິກຳໃຕ້ກົດໝາຍ 3 ສະບັບ.
ນອກນັ້ນ, ກອງປະຊຸມໄດ້ປະເມີນບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາປະຊາຊົນຂັ້ນແຂວງເລືອກຕັ້ງ ແລະ ຮັບຮອງການ ແຕ່ງຕັ້ງ; ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກໍາມະ ການ, ຄະນະເລຂາທິການ, ຄະນະສະ ມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ອົງການປົກຄອງແຂວງ, ຄະນະບໍລິຫານງານພັກແຂວງ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍ ມະຕິ ກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
Cr. ຂ່າວແຂວງຄຳມ່ວນ