ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງວຽງຈັນ ຊຸດທີ II

Jan 25, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 24 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ.
ຕະຫຼອດໄລຍະການດຳເນີນກອງປະຊຸມ 4 ວັນ, ສະມາຊິກສະພາປະຊາຊົນແຂວງວຽງຈັນ ໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ, ຮັບຮອງ ເອົາບັນຫາສຳຄັນຕ່າງໆ ຂອງແຂວງ ດ້ວຍຄວາມເປັນເອກະພາບສູງ ເຊິ່ງສາມາດຮັບຮອງເອົາວຽກງານສຳຄັນ ຫຼາຍດ້ານເປັນຕົ້ນ: ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຮັບ ຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບ ປະຈໍາປີ 2023 ຂອງອົງການກວດສອບ ປະຈໍາພາກາງ.
ນອກນີ້ ຍັງໄດ້ຮັບຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການກວດກາລັດແຂວງວຽງຈັນ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນແຂວງວຽງຈັນ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງວຽງຈັນ, ຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງວຽງຈັນ, ຮັບຮອງເອົາການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 1 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງການເກັບມ້ຽນຂີ້ເຫຍື້ອຢູ່ແຂວງວຽງຈັນ.
ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບການພົ້ນເດັ່ນ ຈາກ 4 ພາກ ສ່ວນຂອງອົງການປົກຄອງແຂວງ ແລະ ການຊີ້ແຈງ ຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຢ່າງກົງໄປກົງມາ.
Cr. ແຂວງວຽງຈັນໂພສ໌