ສຳເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງແນວລາວສ້າງຊາດ ເມືອງ ຕະໂອ້ຍ

ກອງປະຊຸມໃຫຍ່ຄັ້ງທີ VI ແນວລາວສ້າງຊາດເມືອງ ຕະໂອ້ຍ, ແຂວງ ສາລະວັນ ໄດ້ສຳເລັດລົງດ້ວຍຄວາມຈົບງາມ ໃນຄັ້ງວັນທີ 12 ກຸມພາ 2025, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີສຸວັນ ສາຍເຊໂດນ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ.
ກອງປະຊຸມຄັ້ງນີ້ ໄດ້ເປັນເອກະພາບສູງຕໍ່ບົດລາຍງານການເມືອງ,ບົດສະຫຼຸບ-ແຜນພັດທະນາວຽກງານແນວລາວສ້າງຊາດເມືອງທັງ 2 ພາກ ໄລຍະ 5 ປີຜ່ານມາ 2019-2024 ເປັນຕົ້ນແມ່ນ:ດ້ານຜົນສຳເລັດໃນການເຕົ້າໂຮມຄວາມສາມັກຄີປອງ ດອງ, ຄວາມເປັນເອກະພາບທົ່ວປວງຊົນ; ການປຸກລະດົມທົ່ວປວງຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ;ໃນນັ້ນ, ໄດ້ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ,ການປະຕິບັດພາລະບົດບາດເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງປະຊາຊົນບັນດາເຜົ່າ,ເຂົ້າຮ່ວມການປັບປຸງກໍ່ສ້າງພັກ ແລະ ປັບປຸງບູລະນະອົງການລັດ,ວຽກງານປັບປຸງອົງການແນວລາວສ້າງຊາດໃຫ້ມີຄວາມເຂັ້ມແຂງ ແລະ ວຽກງານການທູດປະຊາຊົນ ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ. ພ້ອມທັງ, ການຕີລາຄາລວມບັນດາໝາກຜົນທີ່ບັນລຸໄດ້, ສາເຫດທີ່ພາໃຫ້ມີຈຸດຄົງຄ້າງ, ຄາດໝາຍສູ້ຊົນ, ທິດທາງໜ້າທີ່ ແລະ ວຽກຈຸດສຸມໃນ 5 ປີຕໍ່ໜ້າ 2025-2030.
ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ ຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດ ສະໄໝທີ VI ຈໍານວນ 29 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນຮັບຮອງເອົາສະຫາຍ ສີສຸວັນ ສາຍເຊໂດນ ຄະນະປະຈໍາພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ, ຮັບຮອງເອົາສະຫາຍ ຈັນທະລີ ວຽງພູທອງ ແລະ ສະຫາຍ ສຸກສາຄອນ ລິຊົມແຊ ເປັນຮອງປະ ທານແນວລາວສ້າງຊາດເມືອງ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດເຍື່ອງທາງຂອງສະຫາຍ ຄໍາຕາ ໂຮຊົງເລືອງ ກໍາມະການປະຈໍາພັກແຂວງ ຄະນະກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ ຊີ້ນໍາກຸ່ມອົງການຈັດຕັ້ງມະຫາຊົນທົ່ວແຂວງ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະກຳມະການແນວລາວສ້າງຊາດຊຸດໃໝ່ນໍາເອົາມະຕິ, ເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານແນວລາວສ້າງຊາດ, ບັນດາອົງການຈັດຕັ້ງພັກ-ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫຼວດ, ຜູ້ຊົງຄຸນວຸດທິ, ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ, ທົ່ວເຖິງ,ເສີມຂະຫຍາຍບົດບາດທີ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ວສັງຄົມ ຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ອື່ນໆ.
Cr: ອ່ອນໃຈ + ສີສະຫວາດ





