ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຄະນະພັກ ປກສ ແຂວງເຊກອງ ຄັ້ງທີ IV

Feb 18, 2025

ກອງປະຊຸມໃຫຍ່ ຜູ້ແທນຄະນະພັກ ກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ຄັ້ງທີ IV ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງເຊ ກອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ.
ສະຫາຍ ພົຈວ ຄຳບານ ພົມມະນີວົງ ກຳມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ເຊກອງ ກ່າວວ່າ: ຕະຫຼອດໄລຍະ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງເຊກອງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແມ່ນມີຜົນສໍາເລັດຫຼາຍດ້ານ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ IV ນີ້ ໄດ້ຕີລາຄາຢ່າງຮອບດ້ານ ກ່ຽວກັບຜົນສໍາເລັດຂອງການນໍາພາ-ຊີ້ນໍາ ຂອງຄະນະພັກ ໄລຍະ 5 ປີ ຜ່ານມາ ໂດຍມີທັງດ້ານດີ, ຜົນສໍາເລັດ, ມີທັງດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ອີກ 5 ປີຕໍ່ໜ້າ ມີຜົນດີຂຶ້ນກວ່າເກົ່າ.
ກອງປະຊຸມ ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕເລືອກເອົາຄະນະພັກຊຸດ ໃໝ່ ເຊິ່ງເລືອກໄດ້ 11 ສະຫາຍ, ຄະນະປະຈຳພັກ 3 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບ ເລືອກເອົາ ສະຫາຍ ພົຈວ ຄຳບານ ພົມມະນີວົງ ເປັນເລຂາຄະນະພັກກອງບັນຊາການ ປກສ ແຂວງ, ສະຫາຍ ພັອ ສັນມາລາ ຂຸນພິຊິດ ເປັນຮອງເລຂາ, ສະຫາຍ ພັອ ຄຳຄັ່ງ ທອງສະຫວັດ ເປັນປະທານກວດກາ, ສະຫາຍ ພັທ ບົວຄຳ ພິມພິເສນ ແລະ ສະຫາຍ ພັທ ທອງແປງ ຄຳພູມີ ເປັນຮອງປະທານກວດກາ ແລະ ເລືອກເອົາກຳມະການຄະນະພັກ 10 ສະຫາຍ, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ຈຳນວນ 6 ສະຫາຍ, ຜູ້ແທນສຳຮອງ 2 ສະຫາຍ, ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຂົງເຂດ ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.
Cr: ຄວາມສະຫງົບລາວ