ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ IV

Feb 19, 2025

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງໝື່ນ ແຂວງວຽງຈັນ ຄັ້ງທີ IV ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 19 ກຸມພານີ້, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 108 ສະຫາຍ ຍິງ 7 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງທັງໝົດ 943 ສະຫາຍ ແລະ ແຂກຖືກເຊີນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງວຽງຈັນ.
ກອງປະຊຸມໄດ້ເອກະພາບເລືອກເອົາ ສະຫາຍ ສອນໄຊ ຫຼວງອາໄພ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດທີ IV, ສະຫາຍ ຄຳຜູ ແກ້ວດວງສີ ແລະ ສະຫາຍ ບຸນເຕັງ ສໍວິໄລວົງ ເປັນຮອງເລຂາ ພ້ອມດ້ວຍຄະນະບໍລິຫານງານພັກເມືອງທັງໝົດ 21 ສະຫາຍ ຍິງ 2 ສະຫາຍ ແລະ ໄດ້ເອກະພາບເລືອກເອົາສະຫາຍ ນາງ ວອນ ປາໄຊ ເປັນປະທານກວດກາພັກເມືອງ, ສະຫາຍ ອາລຸນ ວົງລັດສະໝີ ແລະ ສະຫາຍ ຈັນທະວົງ ຍົງມາມົ່ວ ເປັນຮອງປະທານກວດກາພັກເມືອງ.
ໃນກອງປະຊຸມໄດ້ເອກະພາບ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029) ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ໃນໄລຍະ 5 ປີຜ່ານມາ ທີ່ມີຜົນສຳເລັດອັນໃຫຍ່ຫຼວງ ແລະ ຜົນງານພົ້ນເດັ່ນຮອບດ້ານທີ່ຍາດມາໄດ້, ຊຶ່ງເປັນພື້ນຖານແຫ່ງການພັດທະນາຂະແໜງການຕ່າງໆມີທ່ວງທ່າ, ຈັງຫວະດີຂຶ້ນຢ່າງຮອບດ້ານ ຊຶ່ງເປັນປັດໃຈທີ່ຈະຍູ້ການຫັນປ່ຽນຢ່າງແຂງແຮງເລິກເຊິ່ງໃນຊຸມປີຕໍ່ໜ້າ, ບົນຈິດໃຈສືບຕໍ່ນຳພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢູ່ທຸກຂົງເຂດວຽກງານ ແລະ ທົ່ວຊີວິດສັງຄົມຂອງເມືອງ, ພ້ອມນັ້ນກໍໄດ້ວາງຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ໃນນັ້ນໄດ້ກຳນົດ 6 ເປົ້າໝາຍໃຫຍ່ຄື: 1). ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ. 2) ຊັບພະຍາກອນມະນຸດມີຄຸນນະພາບ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ. 3) ຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນ ສັງຄົມທີ່ໜ້າຢູ່ ແລະ ສີວິໄລ. 4) ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມີຄວາມຍືນຍົງ ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ. 5) ການຄຸ້ມຄອງ ແລະ ບໍລິຫານລັດມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. 6) ພື້ນຖານໂຄ່ງລ່າງໄດ້ຮັບການພັດທະນາທີ່ສາມາດເຊື່ອມຈອດ, ເຊື່ອມໂຍງພາຍໃນເມືອງ, ເມືອງຕໍ່ເມືອງ ແລະ ເຊື່ອມຕໍ່ແຂວງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ.
ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍຈົ່ງໄດ້ເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ພ້ອມທັງພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນຊາວເມືອງໝື່ນ ຈົ່ງເຊີດຊູນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ສະຕິເອກະລາດເປັນເຈົ້າຕົນເອງ, ເສີມຂະຫຍາຍມານະຈິດບາກບັ່ນ, ເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ສ້າງສາພັດທະນາເມືອງໝື່ນ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຢ່າງສຸດກົກສຸດປາຍ.
ທີ່ມາ: ເມືອງໝື່ນ