ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລະຄອນເພັງ ຄັ້ງທີ IX

Mar 3, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງລະຄອນເພັງ ຄັ້ງທີ IX ໄດ້ຈັດຂຶ້ນດ້ວຍຜົນສຳເລັດຢ່າງຈົບງາມ ໃນທ້າຍອາທິດຜ່ານມາ ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 137 ສະຫາຍ ຍິງ 10 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1.572 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຄົບຄະນະບໍລິຫານງານພັກເມືອງ ສະໄໝທີ IX ໄດ້ເປັນເອກະສັນຮັບຮອງເອົາຄະນະປະຈໍາພັກເມືອງ 7 ສະຫາຍ ໂດຍເຫັນດີເລືອກເອົາ ສະຫາຍ ທອງດີ ຈັນທະວົງ ເປັນເລຂາພັກເມືອງ, ສະຫາຍ ໄຊຊະນະ ສີສະຫວັດ, ສະຫາຍ ສີສຸພັນ ມະຫາວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ສົມຫວັງ ນັນທະເພັດ ເປັນປະທານກວດກາພັກເມືອງ, ສະຫາຍ ທອງພັນ ສີວົງທອງ ແລະ ສະຫາຍ ຈິດຕະສີ ລາດວງໃຈ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ປ່ອນບັດເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ຈໍານວນ 21 ສະຫາຍ ແລະ ຜູ້ແທນສໍາຮອງອີກ 3 ສະຫາຍ.
ກອງປະຊຸມໃຫຍ່ໄດ້ສຳເລັດຕາມວັດຖຸປະສົງ, ຄາດໝາຍທີ່ວາງໄວ້ ແລະ ເປັນເອກະສັນກັນຮັບຮອງເອົາບັນຫາພື້ນຖານທີ່ສໍາຄັນ ຂອງອົງຄະນະພັກ ເມືອງລະຄອນເພັງ ເປັນຕົ້ນ ຄົ້ນຄວ້າຢ່າງເລິກເຊິ່ງແລະ ຮັບຮອງເອົາລາຍງານການເມືອງ, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິ VIII ຂອງເມືອງ, ແຕ່ປີ2019-2024 ໄດ້ສຸມໃສ່ວຽກງານຫລາຍດ້ານຢ່າງແຂງແຮງ, ເຖິງຈະປະສົບກັບບັນຫາຄວາມຫຍຸ້ງຍາກຕ່າງໆ, ແຕ່ຍ້ອນມີແນວທາງທີ່ຖືກຕ້ອງ, ສອດຄ່ອງເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ໃນລະດັບ 6,7%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 5.016 ຕື້ກວ່າກີບ, ຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນ 5 ປີຕໍ່ເນື່ອງ, ການລົງທຶນບັນລຸໄດ້ 1.344 ຕື້ກວ່າກີບ, ການສົ່ງອອກສິນຄ້າກໍສູງຂຶ້ນປະຕິບັດໄດ້ 39,04 ຕື້ກວ່າກີບ, ຫລຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ. ປັດຈຸບັນ ບ້ານທຸກຍາກຍັງເຫລືອ 7 ບ້ານກວມ 9,3%, ຄອບຄົວທຸກຍາກຫລຸດລົງເທື່ອລະກ້າວ.
ສຳລັບຄາດໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າ ເມືອງຈະສູ້ຊົນເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ7,1% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 7.044 ຕື້ກີບ, ສູ້ຊົນຈັດເກັບລາຍຮັບໃຫ້ໄດ້28 ຕື້ກວ່າກີບ ແລະ ໃຫ້ສາມາດກຸ້ມຕົນເອງສ່ວນໃດໜຶ່ງ, ຄຸ້ມຄອງລາຍຈ່າຍໃຫ້ຖືກທິດ, ສົ່ງເສີມການລົງທຶນຂອງພາກສ່ວນເສດຖະກິດຕ່າງໆ ກວມເອົາ 1.970 ຕື້ກີບ ກວມເອົາ 28% ຂອງຈີດີພີ ແລະ ອື່ນໆ.