ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງວຽງຄຳ ຄັ້ງທີ XIII

Jan 22, 2025

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງວຽງຄຳ ແຂວງຫຼວງພະບາງ ຄັ້ງທີ XIII ໄດ້ດຳເນີນ ເປັນເວລາ 02 ວັນ, ແຕ່ວັນທີ 20-21 ມັງກອນ 2025 ທີ່ສະໂມສອນໃຫຍ່ຂອງເມືອງ ໄດ້ສຳເລັດຢ່າງຈົບງາມ, ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 169 ສະຫາຍ, ຍິງ 10 ສະຫາຍ ໃນນັ້ນ ມີຜູ້ແທນສົມບູນ ຈໍານວນ 139 ສະຫາຍ, ຍິງ 9 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 1,934 ສະຫາຍ ເຊິ່ງມາຈາກຂະແໜງການ, ກົມກອງ ແລະຮາກຖານພັກໃນທົ່ວເມືອງ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເປັນເອກະສັນ ຮັບຮອງເອົາເນື້ອໃນບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະບົດສໍາຫຼວດການນໍາພາລວມຄະນະບໍລິຫານພັກເມືອງ ສະໄໝທີ XII ເຊິ່ງຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້ ໃນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ, ພ້ອມທັງເປັນເອກະສັນຮັບຮອງເອົາ ທິດທາງແຜນການໃນ 5 ປີຕໍ່ໜ້າ ແຕ່ປີ 2025-2029 ເພື່ອສູ້ຊົນເຮັດໃຫ້ເມືອງວຽງຄຳ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ຕັ້ງໜ້າແກ້ໄຂໜໍ່ແໜງ ກໍ່ໃຫ້ເກີດຄວາມບໍ່ສະຫງົບທີ່ເກີດຂຶ້ນໃນສັງຄົມ ທັງເອົາໃຈໃສ່ປັບປຸງຄຸນນະພາບ ຂອງກຳລັງປະກອບອາວຸດໃຫ້ນັບມື້ດີຂຶ້ນ, ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 5,72% ຕໍ່ປີ ທັງມີຄວາມໝັ້ນທ່ຽງ ແລະຖືກທິດຕາມ 5 ຈຸດສຸມຄື: ການລ້ຽງສັດໃຫຍ່ປະເພດ ງົວ-ຄວາຍ, ການປູກຢາງພາລາ, ການປູກາເຟ, ການທົດລອງປູກໝາກກາດີເມຍ ແລະປູກພືດຜັກ. ຮອດປີ 2029 ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 1,195 ຕື້ກວ່າກີບ, ໃນນັ້ນ ລວມຍອດຜະລິດຕະພັນກະສິກຳ-ປ່າໄມ້ ກວມ 59,19%, ອຸດສາຫະກຳ ກວມ 34,33%, ການບໍລິການ ກວມ 6,48%, ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 35 ລ້ານກວ່າກີບ ຫຼື ເທົ່າກັບ 1,624 ໂດລາ ຕໍ່ຄົນຕໍ່ປີ, ແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 570 ຄອບຄົວ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 16 ບ້ານ, ປະກາດເປັນເມືອງພົ້ນທຸກ ໃນປີ 2029, ປະກາດຄອບຄົວພັດທະນາ 1,060 ຄອບຄົວ, ປະກາດບ້ານພັດທະນາ 22 ບ້ານ, ຍົກລະດັບເສັ້ນທາງທຽວ 2 ລະດູໃຫ້ກວມ 90% ຂື້ນໄປ, ອັດຕາການຊົມໃຊ້ໄຟຟ້າໃຫ້ກວມ 100%, ຈັດເກັບລາຍຮັບເຂົ້າງົບປະມານ 13 ຕື້ກວ່າກີບ. ຕັ້ງໜ້າພັດທະນາຊັບພະຍາກອນມະນຸດ, ປັບປຸງຄຸນນະພາບທາງດ້ານການສືກສາ, ສາທາລະນະສຸກ, ວັດທະນາທຳ-ສັງຄົມ ແລະຍົກລະດັບສີມືແຮງງານໃຫ້ສູງຂື້ນ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນການພັດທະນາ, ສູ້ຊົນໃຫ້ເດັກໃນເກນອາຍຸໄວຮຽນ ໄດ້ເຂົ້າຮຽນກວມ 100%, ສ້າງບ້ານສາທາລະນະສຸກແບບຢ່າງໃຫ້ກວມ 100% ແລະບ້ານວັດທະນາທຳ ກວມ 90.27%. ເຮັດໃຫ້ທຸກການຈັດຕັ້ງ ໃນລະບົບການເມືອງ ມີຄວາມໜັກແໜ້ນເຂັ້ມແຂງ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບ ການສ້າງເປັນໜ່ວຍພັກຕົວແບບ, ເພີ່ມຄວາມສັກສິດ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ເຮັດໃຫ້ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະອົງການຈັດຕັ້ງມະຫາຊົນມີຄວາມເຂັ້ມແຂງ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ ຢ່າງມີປະສິດທິຜົນ. ພ້ອມນີ້ຜູ້ແທນກອງປະຊຸມ ໄດ້ໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ XIII ຈຳນວນ 27 ສະຫາຍ, ຍິງ 4 ສະຫາຍ, ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາ ຄະນະປະຈຳພັກເມືອງ ຈຳນວນ 7 ສະຫາຍ, ຍີງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ສອນສັກ ສຸລິເສິມ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ວັນໂຈຍ ວາຊົວລີ ແລສະຫາຍ ຄໍາສິງ ສຸດທິດາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ສົນທະລາ ພິລາວັນ ເປັນປະທານກວດກາພັກເມືອງ, ສະຫາຍ ສີພອນ ເພັດລະຄອນ ແລະສະຫາຍ ສີພັນ ໄຊຍະຈັກ ເປັນຮອງປະທານຄະນະກວດກາພັກ. ພ້ອມນັ້ນ ໄດ້ປ່ອນບັດເລືອກຕັ້ງເອົາ ຜູ້ແທນສົມບູນ ແລະຜູ້ແທນສຳຮອງ ເພື່ອຕາງໜ້າ ໃຫ້ແກ່ອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກແຂວງຫຼວງພະບາງ ສະໄໝທີ IX ຕື່ມອີກ, ຕອນທ້າຍກອງປະຊຸມໃຫຍ່ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດຊີ້ນຳ ໃຫ້ແກ່ຄະນະບໍລິຫານງານພັກເມືອງ ຊຸດທີ XIII ແລະບັນດາສະຫາຍຜູ້ແທນກອງປະຊຸມ ສຸມໃສ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນ, ມະຕິກອງປະຊຸມໃຫຍ່ຄັ້ງໃຫ້ເຂົ້າສູ່ລວງເລິກ ແລະປະກົດຜົນເປັນຈິງ.