ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າປາງທອງ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າຜ່າເຜີຍໃນຄັ້ງວັນທີ 12 ມີນາ 2025 ທີ່ສະໂມສອນເມືອງ. ໂດຍການເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ໃນກອງປະຊຸມບັນດາສະຫາຍຜູ້ແທນສົມບູນຈຳນວນ 145 ສະຫາຍ, ຍິງ 17 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຸດທີ VIII ບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 29 ສະຫາຍ, ຍິງ 7 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ, ຍິງ 6 ສະຫາຍ, ມີອາຍຸກະສຽນສະເລ່ຍ 46 ປີ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກເມືອງທ່າປາງທອງຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາຄະນະກຳມະການປະຈໍາພັກເມືອງຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ ມີສະຫາຍ ອິນຕອງ ລືຄຳຫານ, ສະຫາຍ ບຸນລ້ວນ ລີໄຊຍະລາດ, ສະຫາຍ ສົມຈິດ ແກ້ວຄຸນເພັດ, ສະຫາຍ ນາງ ພູມສະຫວັນ ພິມມະສອນ, ສະຫາຍ ວັນທາ ແກ້ວກົມມະແສງ, ສະຫາຍ ສີອຸບົນ ແສນບຸດຕະລາດ ແລະ ສະຫາຍ ພັນຕີ ສຸລິພົງ ລາດສະໂພ. ໃນນີ້, ເລືອກເອົາສະຫາຍ ອິນຕອງ ລືຄໍາຫານ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນລ້ວນ ລີໄຊຍະລາດ ແລະ ສະຫາຍ ສົມຈິດ ແກ້ວຄູນເພັດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ; ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງ ພູມສະຫວັນ ພິມມະສອນ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຄໍາສະອີ ແກ້ວປະເສີດ ແລະ ສະຫາຍ ສົມສະນິດ ໄຊຍະລິນ ເປັນຮອງປະທານຄະນະກວດກາພັກເມືອງ.
ໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າປາງທອງ ໃນຄັ້ງນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນທິດໃນການນຳພາ-ຊີ້ນຳ ເຊິ່ງສະຫາຍໄດ້ເນັ້ນໃຫ້ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການ ຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ ໂດຍຖືເອົາການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ເປັນບັ້ນຫວນຄືນມູນເຊື້ອຂອງພັກ, ຂອງຊາດ ເພື່ອສຶກສາອົບຮົມ ແລະ ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ຂອງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວເມືອງ ສຸມທຸກກໍາລັງແຮງ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງໃນທຸກດ້ານ ໂດຍເນັ້ນເອົາຄຸນນະພາບເປັນກົກ, ເຮັດຢ່າງປົກກະຕິ ແລະ ຕໍ່ເນື່ອງ, ຫຼາຍຮູບຫຼາຍແບບ ແນໃສ່ສ້າງການຫັນປ່ຽນທາງດ້ານແນວຄິດຈິນຕະນາການ, ສ້າງຄວາມສາມາດ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ເລິກເຊິ່ງເຖິງຖອງ; ສ້າງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ມີລັກສະນະວິທະຍາສາດ ຖືກຕາມຫຼັກການນໍາພາຂອງພັກ ເປັນຕົ້ນ ແມ່ນຫັຼັກການລວມສູນປະຊາທິປະໄຕ, ຈັດຕັ້ງຊີ້ນໍາບັນຊາວຽກງານ ຢ່າງມີປະສິດທິຜົນສູງ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ; ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມ ໃຫ້ສົມສ່ວນ ກັບການພັດທະນາດ້ານເສດຖະກິດ, ຮັບປະກັນການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ສະເພາະໜ້ານີ້ ແມ່ນສຸມໃສ່ແກ້ໄຂການຄາດແຄນຄູສອນ, ການປະລະການຮຽນ ຂອງນັກຮຽນໃນທຸກຊັ້ນຮຽນ, ປັບປຸງແກ້ໄຂໂຮງຮຽນ ທີ່ບໍ່ໄດ້ມາດຖານ ເພື່ອດຶງດູດການເຂົ້າຮຽນຂອງນັກຮຽນ, ພ້ອມກັນນັ້ນ ຕ້ອງສຶກສາອົບຮົມຜູ້ປົກຄອງນັກຮຽນ ໃຫ້ອົບຮົມ-ຊຸກຍູ້ລູກຫຼານຂອງຕົນໃຫ້ເຂົ້າຮຽນເປັນປົກກະຕິ-ຕໍ່ເນື່ອງ.






