ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລະມາມ ຄັ້ງທີ X ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 27 ມີນາ 2025 ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ.
ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງສອງພາກ, ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງສະໄໝທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໄລຍະ 2025-2029 ໂດຍປະຕິບັດຕາມ 6 ເປົ້າໝາຍ 25 ວຽກຈຸດສຸມ ແລະ 204 ໂຄງການ ເພື່ອສືບຕໍ່ພັດທະນາເມືອງລະມາມ ໃຫ້ໄປຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ຍົກສູງບົດບາດຂອງພັກ ເພື່ອນໍາພາແນວທາງປ່ຽນແປງໃໝ່ຂອງພັກໃຫ້ແທດເຖິງຮາກຖານ ຕາມ 4 ເນື້ອໃນ ຕິດພັນກັບການຈັດ ຕັ້ງປະຕິບັດກົດໝາຍ ຂອງລັດໃຫ້ມີຄວາມສັກສິດ, ປະຊາຊົນບັນ ດາເຜົ່າມີຄວາມສາມັກຄີ ເພື່ອໃຫ້ການພັດທະນາມີຄວາມເຂັ້ມ ແຂງ ແລະ ຍືນຍົງ.
ກອງປະຊຸມໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ສະໄໝທີ X ຈຳນວນ 27 ສະຫາຍ, ຍິງ 4 ສະຫາຍ ແລະ ເລືອກເອົາຄະນະປະຈໍາ 9 ສະຫາຍ, ຍິງ 2 ສະຫາຍ, ໃນນັ້ນ, ເລືອກເອົາສະຫາຍ ປອ ຕຸລາວັນ ວົງໄຊ, ເປັນເລຂາຄະ ນະບໍລິຫານງານພັກເມືອງ, ສະຫາຍ ບົວໄລ ວິໄລວົງ, ເປັນຮອງເລຂາ, ສະຫາຍ ນາງ ສຸກມະນີວັນ ໄຊຍະວົງຄໍາດີ ເປັນຮອງເລຂາ, ທັງ ເປັນປະທານກວດກາພັກເມືອງ, ເລືອກເອົາສະຫາຍ ພອນສະ ຫວັນ ລັດສະໝີ ແລະ ສະຫາຍ ນາງ ວິນັດດາ ອ່ອນສີມາ ເປັນຮອງປະທານກວດກາພັກເມືອງ; ພ້ອມດຽວກັນນັ້ນ ໃນກອງປະ ຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈຳນວນ 16 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊ ກອງ.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນໂອ້ລົມ, ຊີ້ນໍາ ແລະ ເນັ້ນຫລາຍບັນຫາ ໃຫ້ຄະນະພັກເມືອງລະມາມຊຸດໃໝ່ເອົາໃຈໃສ່ປະຕິບັດ ເປັນຕົ້ນ ໃຫ້ສືບຕໍ່ສຶກສາອົບຮົມການເມືອງ- ແນວຄິດ ບັນດາສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນ ດາເຜົ່າ ໃຫ້ທຸກຄົນຕື່ນຕົວເປັນເຈົ້າການປະກອບສ່ວນ ເຂົ້າໃນທຸກຂະບວນການພັດທະນາຂອງລັດ; ເພີ່ມທະວີການນຳພາຂອງຄະ ນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນທຸກຂົງເຂດວຽກງານພາຍໃນເມືອງ; ເປັນເຈົ້າການປະຕິ ບັດມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລີກ ແລະ ອື່ນໆ.
ຂ່າວ-ພາບ: ສັນຍາ





