ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X

Aug 9, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ດໍາເນີນເປັນເວລາ ໜຶ່ງວັນເຄິ່ງ, ແຕ່ວັນທີ 8 ຫາ 9 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ.ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ເຈົ້າແຂວງໆອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ກອງພົນທະຫານຮາບທີ 3, ບັນດາກະຊວງຂັ້ນສູນກາງ, ບັນດາສະຫາຍ ອະດີດການນໍາ ພັກ – ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບັນດາບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
May be an image of 1 person, dais and text May be an image of one or more people, dais and text
ກອງປະຊຸມໃຫຍ່ຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ ຄໍາຂວັນທີ່ວ່າ: “ ຍົກສູງບົດບາດການນໍາພາ, ຄວາມເປັນແບບຢ່າງນໍາໜ້າຂອງອົງຄະນະພັກແຂວງ; ສຸມທຸກກໍາລັງແຮງສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເພີ່ມທະວີໃນການຄຸ້ມຄອງ, ບໍລິຫານລັດໃຫ້ສັກສິດ, ເຂັ້ມງວດ ແລະ ທັນສະໄໝ; ນໍາພາແຂວງອຸດົມໄຊ ກ້າວຂຶ້ນຕາມ 4 ໃຈກາງ ”. ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ຈໍານວນ 18,398 ສະຫາຍ ແລະ ແຂກເຊີນຈຳນວນ 79 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX. ຜູ້ແທນກອງປະຊຸມໃຫຍ່ ໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການສະຫລຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກແຂວງ ເປັນຕົ້ນແມ່ນ ບັນດາຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ວຽກງານກໍ່ສ້າງພັກ-ພະນັກງານງານ, ວຽກແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການ ຈັດຕັ້ງມະຫາຊົນ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ໃນຕະຫຼອດໄລຍະ 5 ປີຜ່ານມາໄດ້ສ້າງພື້ນຖານ ແລະ ທ່າແຮງທີ່ເປັນເງື່ອນໄຂໃໝ່ ໃຫ້ແຂວງອຸດົມໄຊພວກເຮົາ ສືບຕໍ່ພັດທະນາໃຫ້ຖືກຕາມທິດທາງ ແລະ ຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໄດ້ພ້ອມກັນເອກະພາບຕໍ່ການຕີລາຄາ ກ່ຽວກັບດ້ານອ່ອນ, ຂໍ້ຄົງຄ້າງໃນການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ຊຶ່ງໄດ້ເປັນສາເຫດພາໃຫ້ການຈັດຕັ້ງປະຕິບັດຄາດໝາຍບາງດ້ານບໍ່ບັນລຸຕາມແຜນການທີ່ວາງອອກ ແລະ ໄດ້ເປັນເອກະພາບຮັບ ຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ (2026-2030) ໂດຍສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການຂອງພັກ, ສຸມໃສ່ກໍ່ສ້າງພັກ-ພະນັກງານໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ອອກແຮງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ; ສຸມໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງແຂງແຮງ ຮັບປະກັນໃຫ້ທົ່ວແຂວງມີຄວາມສະຫງົບຢ່າງໜັກແໜ້ນ ກາຍເປັນພື້ນຖານແກ່ການພັດທະນາແຂວງໃນຕໍ່ໜ້າ; ພັດທະນາເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວຕໍ່ເນື່ອງ ສຸມໃສ່ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມ 4 ທ່າແຮງ, ພັດທະນາຕົວເມືອງຕາມທິດ 4 ສ ໃຫ້ກາຍເປັນຕົວເມືອງໜ້າຢູ່ ແລະ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງຢ່າງຈະແຈ້ງ;
May be an image of 1 person and text No photo description available.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນເຂົ້າໃນການ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງອຸດົມໄຊ ຊຸດໃໝ່ ບົນພື້ນຖານຫຼັກການ ລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງລວມທັງ ໝົດ 40 ສະຫາຍ, ຍິງ 9 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 7 ສະຫາຍ ເພື່ອເປັນແກນນຳໃນການສືບຕໍ່ນໍາພາປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ X ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ເປັນເອກະສັນກັນຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ໂດຍໄດ້ເລືອກຕັ້ງເອົາ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນເລຂາຄະນະບໍລິ ຫານງານພັກແຂວງຊຸດໃໝ່. ກອງປະຊຸມໄດ້ເລືອກເອົາ ເອົາສະຫາຍ ວາລີ ຈືນໍ່ເຢັງ ເປັນປະທານກວດກາພັກແຂວງສະໄໝທີ X. ພ້ອມນັ້ນຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ສົມບູນຈໍານວນ 27 ສະຫາຍ, ຍິງ 5 ສະຫາຍ, ຜູ້ແທນສໍາຮອງ 5 ສະຫາຍ, ຍິງ 2ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ຖືເປັນກຽດຢ່າງສູງ ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ ຄະນະພັກ, ຄະນະນໍາ ກໍ່ຄືທຸກຂົງເຂດຂະແໜງການ ແລະ ທຸຊັ້ນຄົນແຂວງອຸດົມໄຊ ສາມາດຍາດມາໄດ້, ເຮັດໃຫ້ແຂວງມີການພັດທະນາ, ການເມືອງມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ສ້າງພື້ນຖານອັນດີໃຫ້ຂະແໜງການຕ່າງໆໄດ້ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວ ແລະ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ຜູ້ແທນກອງປະຊຸມ, ສະມາຊິກພັກ, ພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນໃນທົ່ວແຂວງອຸດົມໄຊ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ, ບົດບາດການນຳພາ, ຄວາມເປັນແບບຢ່າງນຳໜ້າ ຂອງຕົນໃຫ້ສູງຂຶ້ນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ອົງຄະນະພັກແຂວງຍາດມາໄດ້ໃນໄລຍະທີ່ຜ່ານມາ, ພ້ອມພຽງກັນບຸກບືນສູ້ຊົນ ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຍາດໄດ້ຜົນງານ ແລະ ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອນຳພາແຂວງອຸດົມໄຊກ້າວຂຶ້ນຕາມ 4 ໃຈກາງ ຢ່າງໜັກແໜ້ນ.
ຂ່າວ-ພາບ : ວສລ