ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 29 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ມີແຂກຖືກເຊີນຈາກສູນກາງ, ແຂວງສາລະວັນ, ຈໍາປາສັກ ແລະ ແຂວງອັດຕະປືເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມໄດ້ມີຄວາມເປັນເອກະພາບສູງຕໍ່ເນື້ອໃນເອກະສານຮ່າງບົດລາຍງານການເມືອງ; ບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມກັນນັ້ນ, ຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ, ມາດຕະການ ແລະ ວິທີການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອສືບຕໍ່ພັດທະນາແຂວງເຊກອງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.

ໃນພິທີ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 172 ສະຫາຍຍິງ 33 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກ 11,080 ສະຫາຍໃນທົ່ວແຂວງ; ກອງປະຊຸມຄັ້ງນີ້ມີຜູ້ໝັກຮັບເລືອກຕັ້ງທັງໝົດ 38 ສະຫາຍ ຍິງ 8ສະຫາຍ, ເລືອກເອົາ 33 ສະຫາຍ ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍຍິງ 2 ສະຫາຍ ແລະ ເລືອກເອົາສະຫາຍ ບຸນຫຼາຍ ບຸດທິ ເປັນເລຂາພັກແຂວງ, ສະຫາຍ ຂັນຕີ ສີລະວົງສາ ແລະ ສະຫາຍ ສີສຸພັນ ມະຫາວົງ ເປັນຮອງເລຂາ, ເລືອກເອົາສະຫາຍ ສາກົນ ພອນປະເສີດ ເປັນປະທານກວດກາພັັກສະຫາຍ ອ່ອນມະນີວັນ ຈັນດາວົງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ແລະ ສະຫາຍ ສົມບູນ ບຸນປອນ ເປັນຮອງປະທານກວດກາພັກ. ພ້ອມນີ້, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນຈຳນວນ 19 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກຊຸດໃໝ່, ຜູ້ແທນກອງປະຊຸມ ກໍຄືສະມາຊິກພັກໃນທົ່ວແຂວງ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງຄວາມສາມາດໃນການນໍາພາ, ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດວຽກງານ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ສ້າງພື້ນຖານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແກ້ໄຂບັນຫາເຄັ່ງຮ້ອນ ກໍຄືຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ ແນໃສ່ການວາງແຜນພັດທະນາເຂດແຄວ້ນຢ່າງມີຈຸດສຸມທີ່ຊັດເຈນ; ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ; ຍູ້ແຮງວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ປະກົດຜົນເປັນຈິງ.

ຂ່າວ: ພູວັນ


