ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳ​ເລັດການກວດ​ກາ​ບົວ​ລະ​ບັດທາງ​ລົດ​ໄຟ​ຈີນ-ລາວ​​ຂະ​ໜາດ​ໃຫຍ່​ເປັນ​ຄັ້ງ​ທຳ​ອິດ ເພື່ອ​ກະ​ກຽ​ມການຂົນ​ສົ່ງ​ຜູ້​ໂດຍ​ສານໃນ​ໄລ​ຍະ​ບຸນ​ກຸດ​ຈີນ

Dec 26, 2024

ສຳ​ເລັດການກວດ​ກາ​ບົວ​ລະ​ບັດທາງ​ລົດ​ໄຟ​ຈີນ-ລາວ​​ຂະ​ໜາດ​ໃຫຍ່​ເປັນ​ຄັ້ງ​ທຳ​ອິດ ເພື່ອ​ກະ​ກຽ​ມການຂົນ​ສົ່ງ​ຜູ້​ໂດຍ​ສານໃນ​ໄລ​ຍະ​ບຸນ​ກຸດ​ຈີນ
​ຕອນເຊົ້ນຂອ​ງວັນ​ທີ 26 ທັນ​ວາ​ນີ້, ລົດ​ໄຟ​ພິ​ເສດກວດ​ກາບົວ​ລະ​ບັດ​ທາງ​ລົດ​ໄຟຂະ​ບວນ​ໜຶ່ງ​ໄດ້​ອອກ​ເດີນ​ທາງ​ຈາກ​ສະ​ຖາ​ນີບໍ່​ເຕ່ນ​ຂອງ​ທາງ​ລົດ​ໄຟ​ ລາວ-ຈີນ ຕອນ​ປະ​ເທດ​ລາວ ແລະ ຂຶ້ນ​ເໜືອ​ໄປ​ສູ່​ນະ​ຄອນ​ຄຸນ​ມີງ​ຂອງ​ຈີນ, ເຊິ່ງ​ເປັນ​ຂີ​ດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ວຽກ​ງານກວດ​ກາ​ບົວ​ລະ​ບັດ​ທາງ​ລົດ​ໄຟ​ຈຈີນ-ລາວຂະໜາດ​ໃຫຍ່​​ເປັນຄັ້ງ​ທໍ​າ​ອິດ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 4 ເດືອນ​ໄດ້​ສິ້ນ​ສຸ​ດ​ລົງ​ຢ່າງ​ຈົບ​ງາມ, ​ເຊິ່ງ​ເປັນ​ການ​ຮັບ​ປະ​ກັນ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ວຽກ​ງານ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ໄລ​ຍະ​ບຸນ​​ກຸດ​ຈີນ 2025 ທີ່​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ.
ພ​າກ​ສ່ວນ​ທາງ​ລົດ​ໄຟ​ລະ​ຫວ່າງຈີນ-ລາວ​ໄດ້​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ນັບ​ແຕ່​ເດືອນ​ກັນ​ຍາ​ປີ​ນີ້​ເປັນ​ຕົ້ນ​ມາ ໂດຍ​ໄດ້ຮ່ວມ​ກັນ​ວາງ​ແຜນ​ດຳ​ເນີນ​ງານກວດ​ກາ​ບົວ​ລະ​ບັດ​ທີ່​ລະ​ອຽດ​ເຖິງ​ຖອງ. ຝ່າຍ​ຈີນ​ໄດ້​ສະ​ໜອງ​ກົນ​ຈັກ​ບົວ​ລະ​ບັດ​​ຂະ​ໜາດ​ໃຫຍ່ 5 ຄັນ ແລະ ສົ່ງນັກ​ວິ​ຊາ​ການ 200 ກວ່າ​ຄົນ,​ ສ່ວນຝ່າຍ​ລາວ​ໄດ້​​ສົ່ງນັກ​ວິ​ຊາ​ການ 60 ກວ່າ​ຄົນ​ ແລະ ​ກົນ​ຈັກ​ບົວ​ລະ​ບັດຂະ​ໜາດ​ໃຫຍ່ 2 ຄັນ. ພະ​ນັກ​ງານ​ທາງ​ລົດ​ໄຟ​ສອງ​ປະ​ເທດ​ໄດ້​ກວດ​ກາ​ບົວ​ລະ​ບັດ​ຢ່າງ​ຂະ​ໜາດ​ໃຫຍ່​ຕໍ່​ທາງໃຫຍ່ ແລະ ທາງ​ແຍ​ກ​ທັງ​ໝົດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ, ເພື່ອ​ຮັບ​ປະ​ກັນ​ໃຫ້​ທາງ​ລົດ​ໄຟ​ຈີນ-ລາວ​ໝູນ​ເດີນ​ຢ່າງ​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ.
ທີ່ມາ: CMG