ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຈັດຂຶ້ນເພື່ອສ້າງເງື່ອນໄຂໃຫ້ບັນດາທ່ານ ສສຊ ເຂົ້າໃຈບັນດາເນື້ອໃນຂອງເອກະສານທີ່ຈະພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສພຊ ຊຸດທີ IX ໃຫ້ຈະແຈ້ງ, ສ້າງຄວາມເປັນເອກະພາບຢ່າງສູງຕໍ່ທິດທາງແນວທາງນະໂຍບາຍຂອງພັກ, ລັດ ເພື່ອເຮັດໃຫ້ການປະກອບຄໍາຄິດຄໍາເຫັນຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ທີ່ຈະຈັດຂຶ້ນໃນວັນທີ 9 ມິຖຸນາທີ່ຈະມາເຖິງນີ້ ມີລັກສະນະສ້າງສັນ, ແທດຕົວຈິງ, ມີເຫດ-ຜົນ ພ້ອມທັງຊອກຫາວິທີແກ້ໄຂ, ທາງອອກໃຫ້ແກ່ລັດຖະບານ.
ໃນກອງປະຊຸມ, ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຢ່າງສ້າງສັນ, ກົງໄປ-ກົງມາ ຕໍ່ບັນດາບົດລາຍງານ ຂອງລັດຖະບານ ຄື: 1. ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; 2. ການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030); 3. ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ ແລະ ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; 4. ການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່; 5. ການປັບປຸງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ; 6. ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍປະກັນສັງຄົມ; 7. ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ; 8. ການສ້າງ ແລະ ປັບປຸງກົດໝາຍຈໍານວນໜຶ່ງ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສພຊ ຊຸດທີ IX; 9. ການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບຄໍາເຫັນທີ່ຫຼາກຫຼາຍ, ກົງໄປ-ກົງມາ, ມີລັກສະນະສ້າງສັນ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນ ຂອງປະເທດເຮົາ, ໄດ້ສົມທຽບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆທີ່ໄດ້ນໍາມາລາຍງານ ຕໍ່ກອງປະຊຸມຄັ້ງນີ້ ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ມີປະໂຫຍດຫຼາຍໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອນໍາໄປຄົ້ນຄວ້າປັບປຸງເນື້ອໃນບັນດາບົດລາຍງານ, ຮ່າງກົດໝາຍ ໃຫ້ສົມບູນ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ມີຄວາມເປັນເອກະພາບ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ຜົນສໍາເລັດກອງປະຊຸມຄັ້ງນີ້ ແມ່ນໝາກຜົນຂອງການເສີມຂະຫຍາຍສະຕິປັນຍາ, ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງບັນດາ ສສຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານ, ສະແດງໃຫ້ເຫັນໝາກຜົນຂອງການປະສານສົມທົບລະຫວ່າງຄະນະປະຈໍາສະພາແຫ່ງຊາດກັບລັດຖະບານ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງທົ່ວປະເທດ, ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ກັບ ບັນດາກໍາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ.
ຂ່າວ-ພາບ: ແສງຈັນ




