ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດການທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນຢູ່ 3 ແຂວງພາກເໜືອ

Jan 25, 2025

ກອງປະຊຸມທາບທາມຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ສໍາລັບ 3 ແຂວງພາກເໜືອ ຄື: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ ໄດ້ສຳເລັດໃນວັນ 24 ມັງກອນ 2025 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ).
ກອງປະຊຸມ ໄດ້ຮັບຟັງການອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ແລະ ຮັບຟັງການປະ ກອບຄຳເຫັນຂອງບັນດາທ່ານຜູ້ແທນກອງປະຊຸມ ເຊິ່ງສ່ວນຫຼາຍລ້ວນແຕ່ເຫັນດີເປັນເອກະພາບ ຕໍ່ການປັບປຸງຮ່າງລັດຖະທຳ ມະນູນ ເປັນຕົ້ນ ບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ຊຶ່ງເປັນຄຳເຫັນທີ່ເປັນປະ ໂຫຍດສູງ ໃຫ້ແກ່ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳ ມະນູນ ນຳໄປຄົ້ນຄວ້າ ແລະ ສືບຕໍ່ປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ໃຫ້ເປັນສະບັບສົມບູນ, ມອບໃຫ້ກອງເລຂາກອງປະຊຸມ ຮີບຮ້ອນຮຽບຮຽງບົດບັນທຶກຄຳເຫັນຂອງບັນດາທ່ານຕໍ່ກອງປະຊຸມ ແລະ ສະຫຼຸບຜົນຂອງກອງປະຊຸມຄັ້ງນີ້ ເພື່ອລາຍງານໃຫ້ຄະນະປະຈຳການ ຄລຊ ໄດ້ຮັບຊາບໂດຍໄວ ເພື່ອສາມາດນຳເອົາໄປສະເໜີຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
Cr. ບຸນຕອມ, ໜັງສືພິມປະຊາຊົນ